Setup custom SPF on Directadmin

SFP ໃນທີ່ນີ້ ບໍ່ແມ່ນຄຣີມກັນແດດເດີ້ ຫະຫະ
ມັນເປັນມາດຕະຖານກຳນົດ ໃນການສົ່ງເມວລະຫວ່າງເຊີບເວີ ວ່າຈະອະນຸຍາດໃຫ້ໃຜສົ່ງຜ່ານໂດເມນນີ້ແດ່
ເຊິ່ງ SPF ເປັນ TXT ໃນ Doamin name ເວລາເຮົາສົ່ງເມວໄປຫາປາຍທາງຈະກວດເບິ່ງວ່າ IP ທີ່ສົ່ງໄປໄດ້ມີລະບຸໄວ້ໃນ spf list ບໍ່ຫາກມີກໍຈະຜ່ານເຂົ້າ inbox ຫາກບໍ່ມີກໍຈະຖືຕີວ່າເປັນ spam
ສຳລັບໃນ Directadmin ສາມາມາດເບິ່ງໄດ້ທີ່
Admin Level -> DNS Administration -> domain.com
ຫລື User Level -> DNS Management
ຈຸດປະສົງຂອງລຸງແມ່ນຢາກເພີ່ມ allow sender ໃນ sfp ກໍຄືການເພີ່ມໃຫ້ Domain ເຮົາ ອະນຸຍາດໃຫ້ Mail gateway IP ສົ່ງໃນນາມໂດເມນເນມເຮົາໄດ້
ຄ່າພື້ນຖານມັນຈະເປັນປະມານນີ້ "v=spf1 a mx ip4:xxx.xxx.xxx.xxx ~all"
ຫມາຍຄວາມວ່າ ເຮົາໃຫ້ IP ຂອງເຊີບເວີນັ້ນສົ່ງເມວອອກໄປຜ່ານໂດເມນຂອງເຮົາໄດ້ (ປະຈຸບັນມີແຕ່ IP ເຮົາ)
ແຕ່ໃນທີ່ນີ້ລຸງຢາກໃຫ້ Mail gateway ທີ່ຢູ່ອີກເຄື່ອງ ສາມາດສົ່ງໄປໃນນາມໂດເມນເຮົາໄດ້ ກໍຈຳເປັນຕ້ອງມາເພີ່ມເຂົ້າໃນ SPF
“v=spf1 a mx ip4:xxx.xxx.xxx.xxx ip4:MAIL.GATE.WAY.IP include:spf.mailgatewaydomain.com ~all”
ແລະເນື່ອງຈາກ Server ລຸງມີເມວເປັນຮ້ອຍໂດເມນ
ເລີຍໄປຊອກເບິ່ງຄຳສັ່ງທີ່ຊ່ວຍຫລຸດແຮງ ດັ່ງນີ້:perl -pi -e 's/v=spf1 a mx ip4:103.27.200.222 ~all/v=spf1 a mx ip4:103.27.200.222 include:spf.mailgatewaydomain.com ~all/' *.db
ເປັນການ ສັ່ງໃຫ້ find / replace ຄຳທີ່ເຮົາຕ້ອງການໃນໄຟລ *.db ຂອງ named
ຈາກນັ້ນກໍໄປເພີ່ມໃນ dns template file ເພື່ອເວລາສ້າງ mail user ໃຫມ່ໃຫ້ມັນມີມາເອງ
cd /usr/local/directadmin/data/templates/custom
vi dns_text.conf
ເພີ່ມ |DOMAIN|.="v=spf1 a mx ip4:|SERVER_IP||EXTRA_SPF| include:spf.mailgatewaydomain.com ~all"
ສັ່ງ
service exim restart
service directadmin restart
ຖືວ່າຈົບພິທີ່ ສ່ວນທີ່ເຫລືອກະໄປຈັດການທີ່ mail gateway ອີກເທື່ອ
Ref: https://help.directadmin.com/item.php?id=207