Tagged: ລຸງໂອ້ດ

ລຸງໂອ້ດ ຮ່ວມງານ ເຈົ້າແຄນເດັບ Jaocandev

ລຸງໂອ້ດ ຮ່ວມງານ ເຈົ້າແຄນເດັບ Jaocandev

ເປັນງານລວມໂຕຂອງຜູ້ທີ່ສົນໃຈກ່ຽວກັບການ ພັດທະນາ ຫລາກຫລາຍສາຂາ. ລຸງມາແຈມໃນຫົວຂໍ້ Secure coding ເຖິງການນຳສະເຫນີຈະມີເວລາຈຳກັດ ແຕ່ຫລາຍຄົນກໍຍັງມີຄວາມສົນໃຈ ລຸງເລີຍເອົາ Slide ມາແຊໃນເວັບໄວ້ໃຫ້ຄົນທີ່ສົນໃຈໄດ້ໂຫລດໄປອ່ານ. ສາມາດດາວໂຫລດເອົາໄຟລນີ້ໄປເບິ່ງໄດ້ເລີຍຍຍຍຍຍ. ດຽວໆ ທ້າຍເລື່ອງ ຝາກຮູບໄວ້ໃຫ້ເບິ່ງ ນ້ອຍນຶ່ງ.

Slide How to be come a hacker slide ສຳລັບມື້ງານ 2600 laos

ພໍດີລຸງໄດ້ມິໂອກາດໄດ້ໄປຂຶ້ນບັນຍາຍ ຫົວຂໍ້ພື້ນຖານ ຂອງຜູ້ທີ່ສົນໃຈຢາກເປັນ Hacker ຫລື ເຮັດວຽກສາຍອາຊີບຄວາມປອດໄພດ້ານຄອມພິວເຕີ ລຸງເລີຍເອົາສະໄລ້ມາແບ່ງປັນໄວ້ທີ່ນີ້ອີກເທື່ອ ເພື່ອໃຜສົນໃຈຢາກເອົາໄປເບິ່ງ How to be come a hacker slide for 2600 laos from Outhai SAIOUDOM ແຕ່ບອກກ່ອນວ່າສະໄລ້ເນັ້ນແຕ່ຮູບ ທີ່ເດັດມັນຢູ່ຕອນລົງເວົ້າໃນງານ ຫາກໃຜຢາກໄດ້ອັດທະລົດເທື່ອຫນ້າຢ່າພາດເດີ້.ອໍ້ມີຫລານລຸງເອົາໄປຂຽນສະຫລຸບເປັນບລັອກໄວ້ຢູ່ ໃຜຢາກອ່ານກໍໄປອ່ານໄດ້ທີ່ ສະຫລຸບ (ຕິ) ຫົວຂໍ້ How to become a Hacker in...

ລຸງໂອ້ດ ຮ່ວມງານບາແຄ້ມ ສະຫວັນນະເຂດ BarcampSVK2018

ເນື່ອງຈາກທີມລຸງເປັນຄະນະຈັດງານບາແຄ້ມວຽງຈັນ ກໍເລີຍໄປຫາຄອນເນັກຊັ່ນ ທີ່ບາແຄ້ມສະຫວັນນຳເພິ່ນແດ່ ພ້ອມກັບວ່າພໍດີມີລູກຄ້າຢູ່ປາກເຊຢາກໃຫ້ໄປສຳຫລວດລະບົບ ບໍລິຫານຈັດການການຜລິດໂຮງງານປລາຕິກ , ນ້ຳດື່ມ,ນ້ຳກ້ອນໃຫ້ກະເລີຍສວຍໂອກາດໄປ. ສຳລັບບາແຄ້ມສະຫວັນແລ້ວລຸງຮູ້ສຶກພູມໃຈກັບງານນີ້ຫລາຍເພາະຫລານຂອງລຸງໂອ້ດເອງທີ່ເປັນຄົນສະຫວັນແລະຢາກຈະໄປຈັດຢູ່ບ້ານຂອງໂຕເອງ. (ຫລານແຟຣ້ງ) ປີນີ້ຈັດເປັນປີທີ2 ແລ້ວ ຖືວ່າຄົນມາຫລາຍພໍສົມຄວນ ນັບດ້ວຍສາຍຕາກໍອາດຈະປະມານ 150-200 ຄົນ ມີຫ້ອງ 3 ຫ້ອງ ສຳລັບເວົ້າມີທັງຫມົດ 20 ຫົວຂໍ້ ຫົວຂໍ້ສ່ວນໃຫຍ່ເປັນການສ້າງແຮງບັນດານໃຈ, ການສຶກສາພາສາອັງກິດ, ເຕັກໂນໂລຊີ ການສ້າງເວັບໄຊ,ຂຽນໂປຣແກຣມ, computer vision, blockchain,ວິທະຍາສາດ,ສັງຄົມແລະສຸຂະພາບ ຖືວ່າຄົບຫລາກຫລາຍດີ ທີ່ລຸງປະທັບໃຈໃນງານນີ້ຄື ທີມງານຫນ້າຮັກຫລາຍ ແຕ່ລະຄົນມາຊ່ວຍອາສາກັນແບບ ເຕັມໃຈແລະຫ້າວຫັນ. ຈົນເກີດເປັນຄຳວ່າ...

ລຸງໂອ້ດ ຮ່ວມ ງານ Summer of code ທີ່ສູນ ລາວອາເມລິກາ ທາດດຳ

ເປັນການສອນໃຫ້ນ້ອງນັກຮຽນ ລະດັບ ມ ປາຍ ເພື່ອຮຽນຮູ້ກ່ຽວກັບ iot ແລະການຂຽນ code ເຊິ່ງຈະອາໄສການຮຽນຮູ້ຜ່ານ learning kit ໂດຍຂຽນພາສາ C ໃນ Arduino ໃນງານນີ້ເປັນການຮ່ວມມືກັນ ລະຫວ່າງ ທີມ GDG Vientiane ແລະ ສະຖານທູດ ອາເມລິກາ ປະຈຳລາວ  

ບັນທຶກ ການຝຶກອົບຮົມ ຫລັກການ – ການອອກແບບ ຂັ້ນເທບ ໂດຍ: Defago

  ມື້ນີ້ຖືວ່າເປັນໂອກາດອັນດີ ທີ່ລູງໄດ້ເຂົ້າຮ່ວມຮຽນກັບ ທ່ານ ເດຟາໂກ ນັກອອກແບບມືອາຊີບທີ່ມີຜົນງານອັນໂດດເດັ່ນທັງຢູ່ໃນວົງການອອກແບບລາວ ແລະ ຂອງສາກົນ ເບິ່ງຜົນງານຂອງເພິ່ນໄດ້ທີ່ http://defago.deviantart.com/gallery/ ສ່ວນເນື້ອໃນແມ່ນລຸງໂອ້ດ ໄດ້ບັນທຶກສ່ວນທີ່ເປັນຫົວກະທິໄວ້ປະມານນີ້ເດີ້

Introduction to Open Source By: LoungOs

Introduction to Open Source By: LoungOs

ບົດນຳສະເຫນີກ່ຽວກັບ ໂອເພິ່ນຊອດ ໃນງານບາແຄ້ມ 2013 ແລະ 2014 ໂດຍ: ລຸງໂອ້ດ