Tagged: intro

Ch1 ແນະ​ນຳ NodeJS (NodeJS ແມ່ນຫຍັງ?)

ກ່ອນຈະເລີ່ມລຸງຈະມາຈົ່ມໃຫ້ຟັງກ່ອນວ່າ ການເລີ່ມບົດຄວາມນີ້ແມ່ນການເລີ່ມຕົ້ນແບບຈິງຈັງກັບການຫັນມາໃຊ້ NodeJS ກັນເລີຍທີດຽວ ເພາະໂປຣເຈັກຕ່າງໆ ທີ່ເຄີຍເຮັດເປັນ PHP ຕອນນີ້ມີນະໂຍບາຍໃນການຍ້າຍໄປໃຊ້  NodeJS ຫລື ຈະ Re-code ໄປເປັນ  NodeJS ແທນ ເພາະວ່າໂລກນີ້ມັນຫມູນໄປແລ້ວ ແລະ ຄົນລາວບໍ່ມີໃຜຢາກຫລີ້ນ Python ນຳລຸງ ເລີຍຕັດສິນໃຈໄປກັບຍຸກສະໄຫມເລີຍແລ້ວກັນ ບົດຄວາມ NodeJS  ຈະປ່ອຍອອກມາເປັນບົດໆ ຫລື ອາດຈະມີວີດີໂອ ອະທິບາຍອອກມາຕາມຫລັງເຊິ່ງຕອນນີ້ເຮົາໄປຮູ້ຈັກກັບ  NodeJS ກ່ອນລະກັນ