Category: Blockchain

ລອງຫລິ້ນ Libra blockchain ຂອງ Facebook ໃນ Testnet

Libra Association ຄືອົງກອນບໍ່ສະແຫວງຫາກຳໄລທີ່ເກີດຂຶ້ນຈາກ ການຮ່ວມມືຂອງ Facebook ແລະ ອົງກອນຊັ້ນນຳຫລາຍກວ່າ 30​ອົງກອນ ຊັ້ນນຳທົ່ວໂລກ ໂດຍມີຈຸດປະສົງເພື່ອຢາກສ້າງລະບົບໂຄງຮ່າງພື້ນຖານທາງດ້ານການເງິນທີ່ທຸກຄົນສາມາດເຂົ້າເຖິງໄດ້ແລະນຳໃຊ້ງ່າຍ ແລະແນ່ນອນເບື້ອງຫລັງຂອງເຕັກໂນໂລຊີນີ້ກໍຄື Blockchain ເຊິ່ງມີແຜນຈະເປີດໃຊ້ງານພາຍໃນປີ 2020 ນີ້ ແຕ່ມື້ວານນີເວັນທີ່ 18 /06/ 2019 ມາກ ສາກຂະເບືອ ໄດ້ເປີດໂຕເວັບໄຊ້ https://libra.org/ ເຊິ່ງເປັນ ສູນກາງຂໍ້ມູນ ແລະ ມີ White papers ອອກມາໃຫ້ອ່ານ ພ້ອມທັງມີ Libra Blockchain test...