Category: ຄຳໂຄມ

ຄົ້ນຫາຫົວໃຈໂຕເອງໃຫ້ພົບ

ເຖິງເສັ້ນທາງຈະຫວ່າງເປົ່າ ແລະມົວຫມອງ ແຕ່ຫາກໃຈເຮົາມີເປົ້າຫມາຍແລະຄົ້ນພົບຈຸດທີ່ຈະມຸ່ງຫມັ້ນໄປ ເຮົາກໍຈະໄປຮອດຝັ່ງຝັນໄດ້ໃນທີ່ສຸດ. ຫລານໆລຸງຈົ່ງຕັ້ງໃຈ ແລະມີສະຕິ ເພື່ອທີ່ຈະຄົ້ນພົບຫົວໃຈໂຕເອງ ແລ້ວກໍຕາມມັນໄປໃຫ້ຮອດປາຍຝັນ. ຢ່າໄດ້ໃຫ້ອາລົມມັນມາປິດກັ້ນຈິນຕະນາການຂອງເຮົາໄດ້. ລົດອາລົມແລ້ວໃຊ້ຫົວໃຈໃນການຄິດຫລາຍໆ. ລຸງໂອ້ດ ປລ. ພາບໂດຍລຸງໂອ້ດເອງ ຖ່າຍລະຫວ່າງຖີບລົດໄປທາງສັງທອງ

ມີເງິນເປັນພັນລ້ານ ກໍຊື້ມື້ວານກັບມາບໍ່ໄດ້

ມີເງິນເປັນພັນລ້ານ ກໍຊື້ມື້ວານກັບມາບໍ່ໄດ້

ມີເງິນເປັນລ້ານ ກະກັບໄປຊື້ມື້ວານຄືນມາບໍ່ໄດ້ ຄຳນີ້ເຮົາມັກຈະໄດ້ຍິນຕລອດໆ ເຊິ່ງຈະເປັນສິ່ງທີ່ຊ່ວຍເຕືອນໃຫ້ເຮົາຮູ້ໂຕວ່າ ຫາກເຮົາໄດ້ເຮັດຫຍັງອອກໄປແລ້ວ ຫລືໄດ້ເວົ້າຫຍັງອອກໄປແລ້ວ ຈະເອົາຄືນກັບມາບໍ່ໄດ້. ສະນັ້ນກ່ອນຈະເຮັດຫຍັງ, ເວົ້າຫຍັງ, ຫລືຕັດສິນໃຈຫຍັງ. ກໍຂໍໃຫ້ຄິດໃຫ້ດີໆກ່ອນ ແລະເຮັດດ້ວຍຄວາມຕັ້ງໃຈ ແລະມີຄວາມສຸກ ເພາະມື້ວານມັນຫວນກັບມາບໍ່ໄດ້  ແຕ່.. ຫາກມື້ວານມັນກັບມາບໍ່ໄດ້ກະໃຫ້ຫາທາງອອກແລ້ວກໍຕັ້ງໃຈກັບມື້ນີ້ແລະເຮັດໃຫມ່ທຳໃຫມ່ໃຫ້ດີທີ່ສຸດ.

ເມື່ອຕົກໃນພາວະ ຢ້ານ ຫລືສັບສົນ ຫລານຈົ່ງຕັ້ງສະຕິ

ມະນຸດໂລກທຸກຄົນຍ່ອມມີຊ່ວງເວລາທີ່ຕົກຢູ່ໃສພາວະສັບສົນ,ຢ້ານກົວ ວິຕົກກັງວົນ  ລຸງແນະນຳໃຫ້ຫລານໆຈົ່ງໄດ້ຕັ້ງສະຕິ ແລ້ວຄິດຫາທາງອອກໄປເທື່ອລະຂັ້ນ,ປຶກສາຄົນທີ່ມີປະສົບການ ແລ້ວຈະພົບທາງອອກທີ່ດີແນ່ນອນ.

ຕຣາບໃດທີ່ຍັງມີແສງຕາເວັນ

ຕຣາບໃດທີ່ຍັງມີແສງຕາເວັນ ເຮົາກໍຈະຍັງຮູ້ສຶກຮ້ອນຢູ່ຕະຫລອດເວລາ. ປຽບເຫມືຶນກັບວ່າມີເພື່ອນດີ ເຮົາກໍຈະຮູ້ສຶກອົບອຸ່ນຢູ່ສະເຫມີ ແຕ່ຫາກມີເພື່ອນຈັງໄຮ ກໍຈະຮູ້ສຶກຫມຸດເຫັບຫມຸດຫມັດ ຢູ່ໃນຫມາກຫົວໃຈ ເຫື່ອໄຫລໄຄຍ້ອຍ…