Monthly Archive: January 2020

DIY ສ້າງເຄື່ອງຟອກອາກາດ ຫຼຸດ PM2.5 ລາຄາປະຢັດ.

ເນື່ອງຈາກລຸງຮູ້ວ່າອາກາດໃນຫ້ອງນອນມີຝຸ່ນ PM2.5 ເຈືອປົນ ເລີຍຄິດຢາກຊື້ເຄື່ອງຟອກອາກາດຈັກເຄື່ອງ ໄວ້ໃຫ້ລູກ.ແຕ່ມັນລາຄາແພງຫລາຍ ລຸງເລີຍໄປຊອກຫາວິທີປະຢັດມາລອງເຮັດ ປະກົດວ່າຜົນອອກມາເປັນທີ່ຫນ້າພໍໃຈຫລາຍ.ໄປຄົ້ນພົບວິທີກໍງ່າຍໆເລີຍໃຊ້ອຸປະຫອນພຽງ 2 ຢ່າງ ດັ່ງນີ້: ພັດລົມດູດອາກາດສຳລັບຕິດແກ້ວ ຂະຫນາດ 6ນິ້ວ ລຸງໃຊ້ໂຕນີ້. 2 ໄສ້ເຄື່ອງກອງອາກາດ ຊຽວຫມີ ລຸ້ນ 2s ວິທີຕິດຕັ້ງກໍແສນຈະງ່າຍດາຍພຽງແຕ່ເອົາພັດລົມດູດອາກາດ ຢອງໃສ່ປາກກະບອກໄສ້ກອງ ແລ້ວເປີດໃຫ້ອາກາດແລ່ນຜ່ານໄສ້ກອງ ເທົ່ານີ້ກໍຈະໄດ້ອາກາດທີ່ສົດຊື່ອອກມາແລ້ວ. ຫລັງຈາກທົດສອງ ໃນຫ້ອງຂະຫນາດ 8*8 ແມັດ.ກ່ອນເປີດ ແທກຄ່າ PM2.5 ໄດ້ 20 ຫລັງເປີດໄປ 3 ຊົ່ວໂມງ...