Category: memory

ລຸງໂອ້ດ ຮ່ວມງານບາແຄ້ມ ສະຫວັນນະເຂດ BarcampSVK2018

ເນື່ອງຈາກທີມລຸງເປັນຄະນະຈັດງານບາແຄ້ມວຽງຈັນ ກໍເລີຍໄປຫາຄອນເນັກຊັ່ນ ທີ່ບາແຄ້ມສະຫວັນນຳເພິ່ນແດ່ ພ້ອມກັບວ່າພໍດີມີລູກຄ້າຢູ່ປາກເຊຢາກໃຫ້ໄປສຳຫລວດລະບົບ ບໍລິຫານຈັດການການຜລິດໂຮງງານປລາຕິກ , ນ້ຳດື່ມ,ນ້ຳກ້ອນໃຫ້ກະເລີຍສວຍໂອກາດໄປ. ສຳລັບບາແຄ້ມສະຫວັນແລ້ວລຸງຮູ້ສຶກພູມໃຈກັບງານນີ້ຫລາຍເພາະຫລານຂອງລຸງໂອ້ດເອງທີ່ເປັນຄົນສະຫວັນແລະຢາກຈະໄປຈັດຢູ່ບ້ານຂອງໂຕເອງ. (ຫລານແຟຣ້ງ) ປີນີ້ຈັດເປັນປີທີ2 ແລ້ວ ຖືວ່າຄົນມາຫລາຍພໍສົມຄວນ ນັບດ້ວຍສາຍຕາກໍອາດຈະປະມານ 150-200 ຄົນ ມີຫ້ອງ 3 ຫ້ອງ ສຳລັບເວົ້າມີທັງຫມົດ 20 ຫົວຂໍ້ ຫົວຂໍ້ສ່ວນໃຫຍ່ເປັນການສ້າງແຮງບັນດານໃຈ, ການສຶກສາພາສາອັງກິດ, ເຕັກໂນໂລຊີ ການສ້າງເວັບໄຊ,ຂຽນໂປຣແກຣມ, computer vision, blockchain,ວິທະຍາສາດ,ສັງຄົມແລະສຸຂະພາບ ຖືວ່າຄົບຫລາກຫລາຍດີ ທີ່ລຸງປະທັບໃຈໃນງານນີ້ຄື ທີມງານຫນ້າຮັກຫລາຍ ແຕ່ລະຄົນມາຊ່ວຍອາສາກັນແບບ ເຕັມໃຈແລະຫ້າວຫັນ. ຈົນເກີດເປັນຄຳວ່າ...

ລຸງໂອ້ດ ຮ່ວມ ເສວະນາ IT Q/A workshop

ລຸງໄດ້ມີໂອກາດໄປຮ່ວມເສວະນາໃນ ກິດຈະກຳດີໆ ຈາກ Le buddies ວັນເສົາ ທີ 18/8/2018 ທີ່ American Center at Thatdam ເວລາ 13.00-16.00 ໂມງ . Le buddies ໄດ້ຈັດງານສຳລັບນ້ອງໆ ນັກສຶກສາ ແລະ ບຸກຄົນທົ່ວໄປທີ່ສົນໃຈ ເຂົ້າຮ່ວມງານ “ IT Q/A workshop “ ເຊິ່ງໃນງານຈະມີຫລາກຫລາຍຫົວຂໍ້ໃຫ້ສົນທະນາຈາກແຂກຮັບເຊີນມາເປັນ ພາແນວ 3 ທ່ານ ທີ່ມາຈາກ...

ລຸງໂອ້ດ ງານມະຫາກຳເປີດກວ້າງການສຶກສາ ຄັ້ງທີ 2 ວັນທີ 12 ກໍລະກົດ 2018 ສາຍວິຊາຊີບ ໄອທີ

ຖືເປັນອີກງານນຶ່ງທີ່ລຸງມີຄວາມພູມໃຈທີ່ໄດ້ໄປຮ່ວມ ເພາະເປັນງານທີ່ລຸງຢາກໃຫ້ມີມາດົນແລ້ວຄືການຊ່ວຍແນະນຳນັກສຶກສາສາຍໄອທີ ໃຫ້ຄົນທີ່ສົນໃຈດ້ານສາຍນີ້ມີຄວາມເຂົ້າໃຈຕື່ມວ່າ ມາຮຽນສາຍນີ້ ຈະໄດ້ພົບກັບຫຍັງແດ່ ຈະໄດ້ຮຽນຫຍັງແດ່ ແລະຈະໄດ້ເຮັດອາຊີບໃດແດ່ ຫາກຫລານຄົນໃດສົນໃຈກໍລອງເບິ່ງໃນບັນທຶກວີດີໂອ ທາງທ້າຍ ໂພສນີ້ເດີ້ ບ ວິດີໂອ ງານມະຫາກຳເປີດກວ້າງການສຶກສາ ຄັ້ງທີ 2 ວັນທີ 12 ກໍລະກົດ 2018 ສາຍວິຊາຊີບ ໄອທີ ຂອບໃຈ ຄົນຖ່າຍວິດີໂອ : ໂດຍ Arty Philaphonh

ແນະນຳ App ຄຸນລູກ ສຳລັບຄົນລ້ຽງລູກນ້ອຍ

ຊ່ວງນີ້ລຸງກຳລັງລ້ຽງລູກນ້ອຍກໍເລີຍໄປຄົ້ນເບິ່ງເຫັນແອັບນີ້ມັນມີປະໂຫຍດດີເອົາໄວ້ຊ່ວຍຕິດຕາມ ພັດທະນາການຂອງລູູກແລະບັນທຶກການເຕີບໂຕຂອງລູກວ່າຢູ່ໃນເກນປົກກະຕິບໍ່ ໂຫລດໄດ້ທີ່ : https://www.khunlook.com/    

ລຸງໂອ້ດ ຮ່ວມ ງານ Summer of code ທີ່ສູນ ລາວອາເມລິກາ ທາດດຳ

ເປັນການສອນໃຫ້ນ້ອງນັກຮຽນ ລະດັບ ມ ປາຍ ເພື່ອຮຽນຮູ້ກ່ຽວກັບ iot ແລະການຂຽນ code ເຊິ່ງຈະອາໄສການຮຽນຮູ້ຜ່ານ learning kit ໂດຍຂຽນພາສາ C ໃນ Arduino ໃນງານນີ້ເປັນການຮ່ວມມືກັນ ລະຫວ່າງ ທີມ GDG Vientiane ແລະ ສະຖານທູດ ອາເມລິກາ ປະຈຳລາວ  

Penguin ແຄມທາງ ໃນເມືອງ Sydney

Penguin Art on the street..! ລະຫວ່າງທີ່ຢ່າງເລາະຢູ່ໃນເມືອງ Sydney ລຸງໄດ້ພົບກັບນັກສິນລະປິນຄົນນຶ່ງທີ່ລາວເອົາຮູບຜົນງານທີ່ລາວແຕ້ມມາວາງສະແດງຢູ່  ລຸງແນມໄປເຫັນຮູບແພນກວິ້ນຮູບນີ້ ກະເລີຍສະດຸດຕາກະເລິຍໄປຖາມວ່າ ລຸງ: How much this one? ລາວ: ບໍ່ປາກ…ແລ້ວຫງາຍທາງຫລັງມາໃຫ້ເບິ່ງ 0$ ລາວ: ຮູບນີ້ຟຣີ ແຕ່ຫາກບໍລິຈາກຈະເປັນພະຄຸນ. ລຸງວ່າເອົາຮູບນີ້. ແລ້ວບໍລິຈາກໄປ 2$ ຈາກເຄສນີ້ຈະຮຽນຮູ້ໄດ້ວ່າການທີ່ເຮັດສິ່ງທີ້ເຮົາຮັກ ບໍ່ຈຳເປັນຕ້ອງຫວັງຜົນກຳໄລທັງຫມົດ ແລ້ວຄົນທີ່ຮັກຄືກັນກັບເຮົາຈະດຶງດູດມາເກື້ອຫນູນກັນເອງ ປລ. ຂໍອານຸຍາດລົງຮູບລາວ ອາຈະໄດ້ມຸມບໍ່ເທ່ປານໃດຖ່າຍແບບຟ້າວໆ

ຫມູເຮັດນາ  ຫມາກິນເຂົ້າ:

ຫມູເຮັດນາ  ຫມາກິນເຂົ້າ: ເພິ່ນເຄີຍບອກໃຫ້ຮູ້               ວ່າຫມູຊ່າວນາເຟືອງ ເປືອງແຕ່ເງງດັງດຸດ                ກ່ອນຫວ່ານດໍາຕາກ້າ ພາຍທ້າຍຫມາກິນເຂົ້າ          ຫມູເຮົາຕ້ອງກິນແກບ ແຊບບໍ່ແຊບກໍຫຍໍ້າ              ເພາະເສັຍແຕ້ມໃຫ້ບັກດໍາ…ແລ້ວເດ

ລຸງໂອ້ດ ຮຽນພາສາຈີນ

ການຮຽນຮູ້  ບໍ່ມີມື້ສິ້ນສຸດ ຖ້າຫາກທ່ານຢຸດ ກໍປຽບເຫມືອນເຮົາຖອຍຫລັງ ພາຍຫລັງທີ່ໄປເລາະມາຂ້ອນຂ້າງຫລາຍປະເທດກໍປາກົດເຫັນວ່າ ທຸກໆປະເທດມີChina town ແລ້ວເວລາໄປສັ່ງອາຫານ ແຖມຢູ່ລາວຍັງກຳລັງຈະມີ China City ໄວໆນີ້..

ລະບົບແຜນທີ່ Open Streetmap ໃນ ປະເທດລາວ

ກ່ອນຈະມາຂຽນບັນທຶກນີ້ແມ່ນ ພໍດີມີປະເດັນເລື່ອງແຜນທີ່ສຳລັບປະເທດລາວທີ່ມີຢູ່ບໍ່ແຜ່ຫລາຍ ແລະ ບາງຄົນກໍມັກເຂົ້າໃຈວ່າ ອັນທີ່ເຮົາໃຊ້ google map ຢູ່ນີ້ແມ່ນເຮົາຖືກຜູກຂາດ, ເຊິງຫາກຈະເວົ້າແລ້ວກໍແມ່ນຖືກຜູກຂາດແທ້ ເນື່ອງຈາກເຮົາບໍ່ມີທາງເລືອກອື່ນ ແຕ່ວ່າການທີ່ບໍ່ມີທາງເລືອກອື່ນນັ້ນບໍ່ແມ່ນຍ້ອນຖືກຜູກຂາດຫະຫະງົງບໍ່?

ລຸງໂອ້ດ ໄປງານ Chiang Mai Maker Party [ບັນທຶກ]

ງານ Chiang Mai Maker Party ແມ່ນເປັນງານທີ່ລວມເອົານັກປະດິດສ້າງທົ່ວທຸຸກທິດ ເຂົ້າມາໂຮມກັນແລ້ວເອົາສິ່ງຂອງທີ່ດົນເອງໄດ້ປະດິດນັ້ນມາສະແດງແລກປ່ຽນກັນ, ນອກນັ້ນໃນງານຍັງມີ Freestyle Talk ຄືຫົວຂໍ້ທີ່ຫນ້າສົນໃຈຈາກບັນດາ Maker ຜູ່ມີປະສົບການມາແບ່ງປັນກັນໂດຍສະເພາະແມ່ນທີມຈາກ ປະເທດສິງກະໂປ ຖືວ່າໄດ້ຄວາມຮູ້ຈາກງານນີ້ຢ່າງຫລາກຫລາຍ