Tagged: ວິທະຍຸ

XW1OS ລົງແຂ່ງ ວິທະຍຸ CQ WW VHF Contest 2014

ສະຫລຸບແລ້ວ CQ WW VHF Contest XW1OS ຕິດຕໍ່ໄດ້ 7 QSOs ຖືວ່າເປັນການເລີ່ມຕົ້ນທີ່ດີ ໃນການເລີ່ມເຂົ້າສູ່ການແຂ່ງຂັນ ຜົນທີ່ໄດ້ຮັບຈາກການແຂ່ງຂັນຄັ້ງນີ້: 1. ໄດ້ປະສົບການໃນການ CQ 2. ໄດ້ພົບກັບຫມູ່ໃຫມ່ໃນຄື້ນຄວາມຖີ່ ( ຄຶ້ນສັນຍານຮອດໃສ ຖືວ່າເຮົາເປັນຫມູ່ກັນ) 3. ໄດ້ຄວາມອົດທົນ ແລະສະມາທິໃນການ ນັ່ງຈ້ອງມອງແລ້ວກໍຫມູນຫາຄົນຕິດຕໍ່… (ປານຕຶກເບັດ)

ເຄື່ອງຮັບ-ສົ່ງ ສັນຍານວິທະຍຸ ເຄື່ອງທຳອິດໃນຊີວິດ

ຫລັງຈາກທີ່ສຶກສາແລະສົນໃຈດ້ານວິທະຍຸມາພໍສົມຄວນກໍຮອດເວລາທີ່ຈະຊື້ເຄື່ອງຮັບສົ່ງວິທະຍຸເພື່ອອອກອາກາດດ້ວຍໂຕເອງແລ້ວ ເຊິ່ງໃນແຜນຄິດວ່າຈະໄປຊື້ເຄື່ອງ Yaesu ft-897 ແຕ່ເງິນມີນ້ອຍແຖມລາຄາແພງກໍເລີຍເກັບເງິນມາເລີ້ຍໆ..