Outhai SAIOUDOM ( Os) , Os555, ລຸງໂອ້ດ, LoungOs, UngleOs, XW1OS Official Website... Blog

ການຝາກເງິນຜ່ານບັດ Binance ລ່າສຸດ 2024

ສະບາຍດີຫລານໆ ມື້ນີ້ລຸງຈະມາແນະນຳວິທີການຝາກເງິນເຂົ້າ Binance ທີ່ຄົນລາວເຮົາສາມາດເຮັດໄດ້ ປັດຈຸບັນ, ມີສອງວິທີຝາກເງິນເຂົ້າໃນ Binance ຄື: ໂດຍສະຫຼຸບ, ຖ້າທ່ານເປັນມືໃໝ່ແລະຕ້ອງການເລີ່ມຕົ້ນດ້ວຍຈຳນວນເງິນຄຣິບໂຕທີ່ນ້ອຍ, ຂໍແນະນຳໃຫ້ໃຊ້ບັດເຄຣດິດເພື່ອຊື້ຄຣິບໂຕໂດຍກົງ. ວິທີການນີ້ງ່າຍຕໍ່ການດຳເນີນການ, ມີຄວາມແຕກຕ່າງຂອງລາຄາທີ່ນ້ອຍ ແລະ ຫຼີກລ່ຽງບັນຫາທີ່ຈ່າຍເງິນແລ້ວບໍ່ຫຼຽນເງິນໄປກະເປົາເງິນ. ບັດເຄຣດິດທີ່ສະໜັບສະໜູນໂດຍຊາວເນັດປັດຈຸບັນມີດັ່ງນີ້: ບາງຄັ້ງ, ທ່ານອາດຈະປະສົບການມີບັນຫາໃນການໃຊ້ບັດ ເຄຣດິດ/ເດບິດເພື່ອຊື້ຄຣິບໂຕໃນແພລດຟອມ Binance. ສິ່ງທີ່ທ່ານສາມາດເຮັດໄດ້ຄືການຕັ້ງຄ່າວິທີການຈ່າຍເງິນທາງເລືອກ ເຊັ່ນບັດເຄຣດິດ ຫຼື ເດບິດ ທີ່ອອກໂດຍທະນາຄານຕ່າງໆ. ຄູ່ມືການຊື້ຫຼຽນດ້ວຍບັດເຄຣດິດ/ວີຊ່າໃນ Binance: 1./ ກົດໃສ່ບ່ອນ Add Funds 2./ ເລືອກວ່າຈະເອົາເຂົ້າທາງໃດ ໃນນີ້ແມ່ນເລືອກເປັນຊື້ຜ່ານ...

ລຸງໂອ້ດ ຮ່ວມງານ ເຈົ້າແຄນເດັບ Jaocandev

ເປັນງານລວມໂຕຂອງຜູ້ທີ່ສົນໃຈກ່ຽວກັບການ ພັດທະນາ ຫລາກຫລາຍສາຂາ. ລຸງມາແຈມໃນຫົວຂໍ້ Secure coding ເຖິງການນຳສະເຫນີຈະມີເວລາຈຳກັດ ແຕ່ຫລາຍຄົນກໍຍັງມີຄວາມສົນໃຈ ລຸງເລີຍເອົາ Slide ມາແຊໃນເວັບໄວ້ໃຫ້ຄົນທີ່ສົນໃຈໄດ້ໂຫລດໄປອ່ານ. ສາມາດດາວໂຫລດເອົາໄຟລນີ້ໄປເບິ່ງໄດ້ເລີຍຍຍຍຍຍ. ດຽວໆ ທ້າຍເລື່ອງ ຝາກຮູບໄວ້ໃຫ້ເບິ່ງ ນ້ອຍນຶ່ງ.

Add custom service to systemd Linux

ຂຽນໄວ້ກັນລືມ ກັບການເອົາ bin file ທີ່ເຮົາ compile ແລ້ວມາຣັນເປັນ Service ໃນລະບົບ Linux ກ່ອນອື່ນຫມົດແມ່ນກຽມໄຟລ bin ທີ່ເຮົາຈະເອົາມາຣັນກ່ອນ ໃນທີ່ນີ້ລຸງເອົາໄວ້ທີ່ /usr/local/bin/osbot ຈາກນັ້ນໃຫ້ສ້າງໄຟລ service ຂອງເຮົາຂຶ້ນມາ ດັ່ງນີ້ vi /lib/systemd/system/osbot.service ຈາກນັ້ນກໍໃສ່ຄຳສັ່ງນີ້ລົງໄປ [Unit] Description=Osbot is very smart bot by LoungOS [Service] Type=simple Restart=always RestartSec=5s...

Setup custom SPF on Directadmin

SFP ໃນທີ່ນີ້ ບໍ່ແມ່ນຄຣີມກັນແດດເດີ້ ຫະຫະມັນເປັນມາດຕະຖານກຳນົດ ໃນການສົ່ງເມວລະຫວ່າງເຊີບເວີ ວ່າຈະອະນຸຍາດໃຫ້ໃຜສົ່ງຜ່ານໂດເມນນີ້ແດ່ເຊິ່ງ SPF ເປັນ TXT ໃນ Doamin name ເວລາເຮົາສົ່ງເມວໄປຫາປາຍທາງຈະກວດເບິ່ງວ່າ IP ທີ່ສົ່ງໄປໄດ້ມີລະບຸໄວ້ໃນ spf list ບໍ່ຫາກມີກໍຈະຜ່ານເຂົ້າ inbox ຫາກບໍ່ມີກໍຈະຖືຕີວ່າເປັນ spam ສຳລັບໃນ Directadmin ສາມາມາດເບິ່ງໄດ້ທີ່ Admin Level -> DNS Administration -> domain.comຫລື User Level ->...

ຕິດຕັ້ງ Internet time (ntpd) ໃຫ້ກັບ CentOS Server Linux

ສະບາຍດີຫລານ ຊ່ວງພັກເຮັດວຽກຢູ່ບ້ານ ພໍດີລຸງໄດ້ເຮັດລະບົບຈ່າຍເງິນໃຫ້ລູກຄ້າເຈົ້ານຶ່ງທີ່ຕ້ອງໂຍນມູນຄ່າເງິນຈາກເຊີບເວີ 1 ເພື່ອໄປຈ່າຍເງິນຕັດຍອດຢູ່ອີກເຊີບແຕ່ຕິດປັນຫາ 403 ບໍ່ໄດ້ຈັກເທື່ອເລີຍປຶກສາກັບທີມທະນາຄານເຂົາເຈົ້າທ້ວງມາວ່າ ເວລາຢູ່ເຊີບເວີລຸງ ໄວເກີນໄປ ປະມານ 4 ນາທີກວ່າໆນີ້ລະເຮັດໃຫ້ເຊີບເວີປາຍທາງເບິ່ງວ່າເວລາມັນຫ່າງກັນເກີນໄປການຈ່າຍເງິນເລີຍຖືກປະຕິເສດມັນກໍເລີຍເຮັດໃຫ້ລຸງໄປກວດເບິ່ງ ເອີ້ ntpd service ຢູ່ເຊີບເວີລຸງ ບໍ່ start ກະເລີຍຈະມາຂຽນບັນທຶກໄວ້ ເພື່ອມີໃຜພົບປັນຫາເວລາຂອງເຊີບເວີບໍ່ກົງກັບ ຂອງເຊີບເວີອື່ນ ໃນນີ້ເຮົາຈະໃຊ້ ntpd service ເພື່ອໃຫ້ມັນ ເຮັດຫນ້າທີ່ໃນການອັບເດດເວລາຂອງເຊີບເວີເຮົາໃຫ້ກົງກັບເວລາຂອງສາກົນຕະຫລອດເວລາ ເຊິ່ງວິທີກໍສາມາເຮັດໄດ້ດັ່ງນີ້: # ສັ່ງຕິດຕັ້ງ ntp ແລະ ntpdate yum install...

DIY ສ້າງເຄື່ອງຟອກອາກາດ ຫຼຸດ PM2.5 ລາຄາປະຢັດ.

ເນື່ອງຈາກລຸງຮູ້ວ່າອາກາດໃນຫ້ອງນອນມີຝຸ່ນ PM2.5 ເຈືອປົນ ເລີຍຄິດຢາກຊື້ເຄື່ອງຟອກອາກາດຈັກເຄື່ອງ ໄວ້ໃຫ້ລູກ.ແຕ່ມັນລາຄາແພງຫລາຍ ລຸງເລີຍໄປຊອກຫາວິທີປະຢັດມາລອງເຮັດ ປະກົດວ່າຜົນອອກມາເປັນທີ່ຫນ້າພໍໃຈຫລາຍ.ໄປຄົ້ນພົບວິທີກໍງ່າຍໆເລີຍໃຊ້ອຸປະຫອນພຽງ 2 ຢ່າງ ດັ່ງນີ້: ພັດລົມດູດອາກາດສຳລັບຕິດແກ້ວ ຂະຫນາດ 6ນິ້ວ ລຸງໃຊ້ໂຕນີ້. 2 ໄສ້ເຄື່ອງກອງອາກາດ ຊຽວຫມີ ລຸ້ນ 2s ວິທີຕິດຕັ້ງກໍແສນຈະງ່າຍດາຍພຽງແຕ່ເອົາພັດລົມດູດອາກາດ ຢອງໃສ່ປາກກະບອກໄສ້ກອງ ແລ້ວເປີດໃຫ້ອາກາດແລ່ນຜ່ານໄສ້ກອງ ເທົ່ານີ້ກໍຈະໄດ້ອາກາດທີ່ສົດຊື່ອອກມາແລ້ວ. ຫລັງຈາກທົດສອງ ໃນຫ້ອງຂະຫນາດ 8*8 ແມັດ.ກ່ອນເປີດ ແທກຄ່າ PM2.5 ໄດ້ 20 ຫລັງເປີດໄປ 3 ຊົ່ວໂມງ...

ລອງຫລິ້ນ Libra blockchain ຂອງ Facebook ໃນ Testnet

Libra Association ຄືອົງກອນບໍ່ສະແຫວງຫາກຳໄລທີ່ເກີດຂຶ້ນຈາກ ການຮ່ວມມືຂອງ Facebook ແລະ ອົງກອນຊັ້ນນຳຫລາຍກວ່າ 30​ອົງກອນ ຊັ້ນນຳທົ່ວໂລກ ໂດຍມີຈຸດປະສົງເພື່ອຢາກສ້າງລະບົບໂຄງຮ່າງພື້ນຖານທາງດ້ານການເງິນທີ່ທຸກຄົນສາມາດເຂົ້າເຖິງໄດ້ແລະນຳໃຊ້ງ່າຍ ແລະແນ່ນອນເບື້ອງຫລັງຂອງເຕັກໂນໂລຊີນີ້ກໍຄື Blockchain ເຊິ່ງມີແຜນຈະເປີດໃຊ້ງານພາຍໃນປີ 2020 ນີ້ ແຕ່ມື້ວານນີເວັນທີ່ 18 /06/ 2019 ມາກ ສາກຂະເບືອ ໄດ້ເປີດໂຕເວັບໄຊ້ https://libra.org/ ເຊິ່ງເປັນ ສູນກາງຂໍ້ມູນ ແລະ ມີ White papers ອອກມາໃຫ້ອ່ານ ພ້ອມທັງມີ Libra Blockchain test...

Rocket chat hooks via CURL

ບັນທຶກໄວ້ກັນລືມ hooks curl ໄປຫາ rocket chat ກ່ອນອື່ນກໍຕ້ອງໄປເປີດ hook url ໃນ Rocker chat ທີ່ ເມນູ integration ກ່ອນ ຫຍັງຈາກໄດ້ ແລ້ວກໍເອົາມາສົ່ງເລີຍ ແບບນີ້ເດີ້ curl -X POST –data-urlencode ‘payload={“text”: “Start service ‘${service_arr[i]}’ at ‘$(hostname -i)’ “, “channel”: “#monitoring”, “username”:...

ລຸງໂອ້ດ  funny keywords

ລຸງໂອ້ດ funny keywords

ເຫັນຫລາຍຄົນໂພສ ວ່າເວລາຊອກຫາໃນ google ແລ້ວບໍ່ເຫັນ ລຸງເລີຍຈະເອົາມາຮວບຮວມໄວ້ໃນໂພສນີ້ເລີຍສາເນາະກໍຈະເປັນຄຳທີ່ລຸງຄິດອອກ ແລະມັກເຫັນເລື້ອຍໆເຊັ່ນ: ໃຜຫຼໍ່ກວ່າຂ້ອຍ? ໃຜຫລໍ່ກວ່າຂ້ອຍ? ໃຜສະຫລາດກວ່າຂ້ອຍ ໃຜສະຫຼາດກວ່າ ເນື້ອຄູ່ຂອງຂ້ອຍຢູ່ໃສ ແຟນຂອງຂ້ອຍຢູ່ໃສ ປານໃດຂ້ອຍຈະມີແຟນ ປານໃດຂ້ອຍຈະໄດ້ແຕ່ງງານ

Slide How to be come a hacker slide ສຳລັບມື້ງານ 2600 laos

ພໍດີລຸງໄດ້ມິໂອກາດໄດ້ໄປຂຶ້ນບັນຍາຍ ຫົວຂໍ້ພື້ນຖານ ຂອງຜູ້ທີ່ສົນໃຈຢາກເປັນ Hacker ຫລື ເຮັດວຽກສາຍອາຊີບຄວາມປອດໄພດ້ານຄອມພິວເຕີ ລຸງເລີຍເອົາສະໄລ້ມາແບ່ງປັນໄວ້ທີ່ນີ້ອີກເທື່ອ ເພື່ອໃຜສົນໃຈຢາກເອົາໄປເບິ່ງ How to be come a hacker slide for 2600 laos from Outhai SAIOUDOM ແຕ່ບອກກ່ອນວ່າສະໄລ້ເນັ້ນແຕ່ຮູບ ທີ່ເດັດມັນຢູ່ຕອນລົງເວົ້າໃນງານ ຫາກໃຜຢາກໄດ້ອັດທະລົດເທື່ອຫນ້າຢ່າພາດເດີ້.ອໍ້ມີຫລານລຸງເອົາໄປຂຽນສະຫລຸບເປັນບລັອກໄວ້ຢູ່ ໃຜຢາກອ່ານກໍໄປອ່ານໄດ້ທີ່ ສະຫລຸບ (ຕິ) ຫົວຂໍ້ How to become a Hacker in...