Category: ບົດຄວາມແປ

ເລື່ອງ ງົວໆ ກັບປັນຫາໂລກຮ້ອນ

ໂລກຮ້ອນກັບງົວ ຟັງເບິ່ງແລ້ວບໍ່ໜ້າຈະກ່ຽວຂ້ອງກັນໄດ້ ແຕ່ໄປໄປມາມາ 2 ເລື່ອງນີ້ກັບກ່ຽວຂ້ອງກັນຢ່າງເລິກຊຶ້ງທັງຂາໄປ ແລະ ຂາກັບ ເວົ້າງ່າຍໆ ຄື ງົວເປັນສາເຫດຂອງໂລກຮ້ອນ ແລະໃນທາງກັບກັນ ໂລກຮ້ອນກໍໂຍງບັນຫາກັບມາເຖິງງົວນຳ ໂດຍທົ່ວໄປເວລາເຮົາເວົ້າເຖິງໂລກຮ້ອນ ເຮົາມັກນຶກເຖິງຜົນງານຂອງມະນຸດ ຜ່ານທາງການປ່ອຍ CO2 ຫລືກາກບອນດີອົກຊິດ ສູ່ຊັ້ນບັນຍາກາດ ເຮັດໃຫ້ເກີດສະພາບເຮືອນກະຈົກ ຄວາມຮ້ອນຈາກດວງອາທິດຖືກກັກໄວ້ພາຍໃນບັນຢາກາດໂລກ ຈົນເຮັດໃຫ້ອຸນຫະພູມເສລີ່ຍສູງຂຶ້ນ.