Category: ອອກງານ

ລຸງໂອ້ດ ຮ່ວມງານ ເຈົ້າແຄນເດັບ Jaocandev

ລຸງໂອ້ດ ຮ່ວມງານ ເຈົ້າແຄນເດັບ Jaocandev

ເປັນງານລວມໂຕຂອງຜູ້ທີ່ສົນໃຈກ່ຽວກັບການ ພັດທະນາ ຫລາກຫລາຍສາຂາ. ລຸງມາແຈມໃນຫົວຂໍ້ Secure coding ເຖິງການນຳສະເຫນີຈະມີເວລາຈຳກັດ ແຕ່ຫລາຍຄົນກໍຍັງມີຄວາມສົນໃຈ ລຸງເລີຍເອົາ Slide ມາແຊໃນເວັບໄວ້ໃຫ້ຄົນທີ່ສົນໃຈໄດ້ໂຫລດໄປອ່ານ. ສາມາດດາວໂຫລດເອົາໄຟລນີ້ໄປເບິ່ງໄດ້ເລີຍຍຍຍຍຍ. ດຽວໆ ທ້າຍເລື່ອງ ຝາກຮູບໄວ້ໃຫ້ເບິ່ງ ນ້ອຍນຶ່ງ.

Slide How to be come a hacker slide ສຳລັບມື້ງານ 2600 laos

ພໍດີລຸງໄດ້ມິໂອກາດໄດ້ໄປຂຶ້ນບັນຍາຍ ຫົວຂໍ້ພື້ນຖານ ຂອງຜູ້ທີ່ສົນໃຈຢາກເປັນ Hacker ຫລື ເຮັດວຽກສາຍອາຊີບຄວາມປອດໄພດ້ານຄອມພິວເຕີ ລຸງເລີຍເອົາສະໄລ້ມາແບ່ງປັນໄວ້ທີ່ນີ້ອີກເທື່ອ ເພື່ອໃຜສົນໃຈຢາກເອົາໄປເບິ່ງ How to be come a hacker slide for 2600 laos from Outhai SAIOUDOM ແຕ່ບອກກ່ອນວ່າສະໄລ້ເນັ້ນແຕ່ຮູບ ທີ່ເດັດມັນຢູ່ຕອນລົງເວົ້າໃນງານ ຫາກໃຜຢາກໄດ້ອັດທະລົດເທື່ອຫນ້າຢ່າພາດເດີ້.ອໍ້ມີຫລານລຸງເອົາໄປຂຽນສະຫລຸບເປັນບລັອກໄວ້ຢູ່ ໃຜຢາກອ່ານກໍໄປອ່ານໄດ້ທີ່ ສະຫລຸບ (ຕິ) ຫົວຂໍ້ How to become a Hacker in...

ລຸງໄປງານ Devfest2018 ກັບ GDG Vientiane

ຈົບລົງດ້ວຍຄວາມສວຍງາມ ກັບງານ GDG Devfest 2018. ຂໍສະແດງຄວາມຊົມເຊີຍມາຍັງລູກຫລານທີມງານ ອາສາສະມັກ, ທ່ານ ຜູ່ບັນຍາຍ ແລະ ຜູ້ໃຫ້ການສະຫນັບສະຫນູນທຸກທ່ານ ທີ່ເຮັດໃຫ້ງານດີດີແບບນີ້ເກີດຂຶ້ນມາໄດ້. ໂດຍສະເພາະ ແມ່ນ ຫລານໆ ອາສາສະຫມັກ ທີ່ມີຄວາມເສຍສະລະທັງແຮງກາຍ ທັງເວລາ ໃນການຊ່ວຍສ້າງໃຫ້ງານສຳເລັດ. ຊົມເຊີຍ….. ຊົມເຊີ້ຍຍ ຊົມເຊີ໊ຍ….. ສ່ວນລຸງເອງແມ່ນໄດ້ປະກອບສ່ວນໃນການຂຶ້ນບັນຍາຍຫົວຂໍ້ Secure Coding ໃຫ້ປອດໄພ. ໄວ້ລຸງຈະອັບໂຫລດສະໄລ້ມາໃຫ້ຕາມຫລັງເດີ້.       ເບິ່ງວີດີໂອໄດ້ທີ່ນີ້    

ລຸງໂອ້ດ ຮ່ວມງານບາແຄ້ມ ສະຫວັນນະເຂດ BarcampSVK2018

ເນື່ອງຈາກທີມລຸງເປັນຄະນະຈັດງານບາແຄ້ມວຽງຈັນ ກໍເລີຍໄປຫາຄອນເນັກຊັ່ນ ທີ່ບາແຄ້ມສະຫວັນນຳເພິ່ນແດ່ ພ້ອມກັບວ່າພໍດີມີລູກຄ້າຢູ່ປາກເຊຢາກໃຫ້ໄປສຳຫລວດລະບົບ ບໍລິຫານຈັດການການຜລິດໂຮງງານປລາຕິກ , ນ້ຳດື່ມ,ນ້ຳກ້ອນໃຫ້ກະເລີຍສວຍໂອກາດໄປ. ສຳລັບບາແຄ້ມສະຫວັນແລ້ວລຸງຮູ້ສຶກພູມໃຈກັບງານນີ້ຫລາຍເພາະຫລານຂອງລຸງໂອ້ດເອງທີ່ເປັນຄົນສະຫວັນແລະຢາກຈະໄປຈັດຢູ່ບ້ານຂອງໂຕເອງ. (ຫລານແຟຣ້ງ) ປີນີ້ຈັດເປັນປີທີ2 ແລ້ວ ຖືວ່າຄົນມາຫລາຍພໍສົມຄວນ ນັບດ້ວຍສາຍຕາກໍອາດຈະປະມານ 150-200 ຄົນ ມີຫ້ອງ 3 ຫ້ອງ ສຳລັບເວົ້າມີທັງຫມົດ 20 ຫົວຂໍ້ ຫົວຂໍ້ສ່ວນໃຫຍ່ເປັນການສ້າງແຮງບັນດານໃຈ, ການສຶກສາພາສາອັງກິດ, ເຕັກໂນໂລຊີ ການສ້າງເວັບໄຊ,ຂຽນໂປຣແກຣມ, computer vision, blockchain,ວິທະຍາສາດ,ສັງຄົມແລະສຸຂະພາບ ຖືວ່າຄົບຫລາກຫລາຍດີ ທີ່ລຸງປະທັບໃຈໃນງານນີ້ຄື ທີມງານຫນ້າຮັກຫລາຍ ແຕ່ລະຄົນມາຊ່ວຍອາສາກັນແບບ ເຕັມໃຈແລະຫ້າວຫັນ. ຈົນເກີດເປັນຄຳວ່າ...

ລຸງໂອ້ດ ຮ່ວມ ເສວະນາ IT Q/A workshop

ລຸງໄດ້ມີໂອກາດໄປຮ່ວມເສວະນາໃນ ກິດຈະກຳດີໆ ຈາກ Le buddies ວັນເສົາ ທີ 18/8/2018 ທີ່ American Center at Thatdam ເວລາ 13.00-16.00 ໂມງ . Le buddies ໄດ້ຈັດງານສຳລັບນ້ອງໆ ນັກສຶກສາ ແລະ ບຸກຄົນທົ່ວໄປທີ່ສົນໃຈ ເຂົ້າຮ່ວມງານ “ IT Q/A workshop “ ເຊິ່ງໃນງານຈະມີຫລາກຫລາຍຫົວຂໍ້ໃຫ້ສົນທະນາຈາກແຂກຮັບເຊີນມາເປັນ ພາແນວ 3 ທ່ານ ທີ່ມາຈາກ...

ລຸງໂອ້ດ ງານມະຫາກຳເປີດກວ້າງການສຶກສາ ຄັ້ງທີ 2 ວັນທີ 12 ກໍລະກົດ 2018 ສາຍວິຊາຊີບ ໄອທີ

ຖືເປັນອີກງານນຶ່ງທີ່ລຸງມີຄວາມພູມໃຈທີ່ໄດ້ໄປຮ່ວມ ເພາະເປັນງານທີ່ລຸງຢາກໃຫ້ມີມາດົນແລ້ວຄືການຊ່ວຍແນະນຳນັກສຶກສາສາຍໄອທີ ໃຫ້ຄົນທີ່ສົນໃຈດ້ານສາຍນີ້ມີຄວາມເຂົ້າໃຈຕື່ມວ່າ ມາຮຽນສາຍນີ້ ຈະໄດ້ພົບກັບຫຍັງແດ່ ຈະໄດ້ຮຽນຫຍັງແດ່ ແລະຈະໄດ້ເຮັດອາຊີບໃດແດ່ ຫາກຫລານຄົນໃດສົນໃຈກໍລອງເບິ່ງໃນບັນທຶກວີດີໂອ ທາງທ້າຍ ໂພສນີ້ເດີ້ ບ ວິດີໂອ ງານມະຫາກຳເປີດກວ້າງການສຶກສາ ຄັ້ງທີ 2 ວັນທີ 12 ກໍລະກົດ 2018 ສາຍວິຊາຊີບ ໄອທີ ຂອບໃຈ ຄົນຖ່າຍວິດີໂອ : ໂດຍ Arty Philaphonh