Monthly Archive: September 2018

ລຸງໂອ້ດ ຮ່ວມງານບາແຄ້ມ ສະຫວັນນະເຂດ BarcampSVK2018

ເນື່ອງຈາກທີມລຸງເປັນຄະນະຈັດງານບາແຄ້ມວຽງຈັນ ກໍເລີຍໄປຫາຄອນເນັກຊັ່ນ ທີ່ບາແຄ້ມສະຫວັນນຳເພິ່ນແດ່ ພ້ອມກັບວ່າພໍດີມີລູກຄ້າຢູ່ປາກເຊຢາກໃຫ້ໄປສຳຫລວດລະບົບ ບໍລິຫານຈັດການການຜລິດໂຮງງານປລາຕິກ , ນ້ຳດື່ມ,ນ້ຳກ້ອນໃຫ້ກະເລີຍສວຍໂອກາດໄປ. ສຳລັບບາແຄ້ມສະຫວັນແລ້ວລຸງຮູ້ສຶກພູມໃຈກັບງານນີ້ຫລາຍເພາະຫລານຂອງລຸງໂອ້ດເອງທີ່ເປັນຄົນສະຫວັນແລະຢາກຈະໄປຈັດຢູ່ບ້ານຂອງໂຕເອງ. (ຫລານແຟຣ້ງ) ປີນີ້ຈັດເປັນປີທີ2 ແລ້ວ ຖືວ່າຄົນມາຫລາຍພໍສົມຄວນ ນັບດ້ວຍສາຍຕາກໍອາດຈະປະມານ 150-200 ຄົນ ມີຫ້ອງ 3 ຫ້ອງ ສຳລັບເວົ້າມີທັງຫມົດ 20 ຫົວຂໍ້ ຫົວຂໍ້ສ່ວນໃຫຍ່ເປັນການສ້າງແຮງບັນດານໃຈ, ການສຶກສາພາສາອັງກິດ, ເຕັກໂນໂລຊີ ການສ້າງເວັບໄຊ,ຂຽນໂປຣແກຣມ, computer vision, blockchain,ວິທະຍາສາດ,ສັງຄົມແລະສຸຂະພາບ ຖືວ່າຄົບຫລາກຫລາຍດີ ທີ່ລຸງປະທັບໃຈໃນງານນີ້ຄື ທີມງານຫນ້າຮັກຫລາຍ ແຕ່ລະຄົນມາຊ່ວຍອາສາກັນແບບ ເຕັມໃຈແລະຫ້າວຫັນ. ຈົນເກີດເປັນຄຳວ່າ...

ລຸງໂອ້ດ ຮ່ວມ ເສວະນາ IT Q/A workshop

ລຸງໄດ້ມີໂອກາດໄປຮ່ວມເສວະນາໃນ ກິດຈະກຳດີໆ ຈາກ Le buddies ວັນເສົາ ທີ 18/8/2018 ທີ່ American Center at Thatdam ເວລາ 13.00-16.00 ໂມງ . Le buddies ໄດ້ຈັດງານສຳລັບນ້ອງໆ ນັກສຶກສາ ແລະ ບຸກຄົນທົ່ວໄປທີ່ສົນໃຈ ເຂົ້າຮ່ວມງານ “ IT Q/A workshop “ ເຊິ່ງໃນງານຈະມີຫລາກຫລາຍຫົວຂໍ້ໃຫ້ສົນທະນາຈາກແຂກຮັບເຊີນມາເປັນ ພາແນວ 3 ທ່ານ ທີ່ມາຈາກ...