Outhai SAIOUDOM ( Os) , Os555, ລຸງໂອ້ດ, LoungOs, UngleOs, XW1OS Official Website... Blog

Linux kernel 26th anniversary.

ມື້ນີ້ຂອງປີ 1991 ນັກສຶກສາ. computer science ອາຍຸ 21 ປີ ຊື່ວ່າ ທ້າວ Linus Benedict Torvalds ໄດ້ໂພສລົງກຸ່ມ comp.os.minix ລາວໂພສວ່າ: ຂ້ອຍໄດ້ເຮັດລະບົບປະຕິບັດການນ້ອຍໆ ເປັນງານອາດິເລກ ບໍ່ຫວັງວ່າມັນຈະໃຫຍ່ເປັນມືອາຊີບຄືກັບ GNU ເທິງລະບົບ 386 ແລະໄດ້ ແປງ bash 1.8 (shell) gcc 1.4 ( C compiler) ລົງມາໃສ່ນີ້ນຳ ແລະ...

ຕິດຕັ້ງ VPN Server ແບບ PPTP (pptpd) UBUNTU 14.04 ໃນ OpneVZ

ຄິດຢາກເຮັດ VPN ໄວ້ໃຊ້ເວລາອອກວຽກນອກແລ້ວຢ້ານຖືກ Sniff ກໍເລີຍ ຊອກວິທີຕິດຕັ້ງລອງເບິ່ງກະມາລອງເບິ່ງ  ເທົ່າທີ່ອ່ານມາແລ້ວເຫັນວ່າ PPTP ນີ້ລະ ເຫມາະສຸດລະ ມັນງ່າຍ ຫະຫະ ເລີ່ມເລີຍ ທຳອິດສັ່ງ ອັບເດດ ແລ້ວກໍຕິດຕິດຕັ້ງເລີຍ apt-get update apt-get upgrade apt-get install pptpd

ລຸງໂອ້ດ ຮ່ວມ ງານ Summer of code ທີ່ສູນ ລາວອາເມລິກາ ທາດດຳ

ເປັນການສອນໃຫ້ນ້ອງນັກຮຽນ ລະດັບ ມ ປາຍ ເພື່ອຮຽນຮູ້ກ່ຽວກັບ iot ແລະການຂຽນ code ເຊິ່ງຈະອາໄສການຮຽນຮູ້ຜ່ານ learning kit ໂດຍຂຽນພາສາ C ໃນ Arduino ໃນງານນີ້ເປັນການຮ່ວມມືກັນ ລະຫວ່າງ ທີມ GDG Vientiane ແລະ ສະຖານທູດ ອາເມລິກາ ປະຈຳລາວ  

ໄວ້ອາໄລ Chester Bennington ນັກຮ້ອງນຳ ວົງ Linkin Park

      ນອນຕື່ນຂຶ້ນມາ ລຸງເຫັນຂ່າວນີ້ແລ້ວຮູ້ສຶກເສຍໃຈຫລາຍ ຈື່ງໄດ້ຂຽນ ບລັອກນີ້ ເພື່ອໄວ້ອາໄລ Chester Bennington ນັກຮ້ອງນຳ ວົງ Linkin Park LP ເປັນວົງທີ່ລຸງ ຟັງມາຕັ້ງແຕ່ກ່ອນທີ່ເຂົາຈະບູມ ຢູ່ບ້ານເຮົາ ທີ່ຕັ້ງໃຈຟັ້ງແທ້ໆ ກະ Hybrid Theory ເປັນຕົ້ນມາ ຫລັງຈາກມັນບູມແລ້ວ ລຸງກະຫນີໄປເປັນ ແຟນເພັງ EMINEM ແທນ ເຖິງແນວໃດກໍຕາມ ລົງກໍຍັງຟັງແລະຕິດຕາມມາຕະຫລອດ ຈົນຮອດມື້ນີ້ Chester ຈາກໄປດ້ວຍການແຂວນຄໍ (ສາເຫດແຮງຈູງໃຈແມ່ນຍັງບໍ່ຢືນຢັນ...

ຄົ້ນຫາຫົວໃຈໂຕເອງໃຫ້ພົບ

ເຖິງເສັ້ນທາງຈະຫວ່າງເປົ່າ ແລະມົວຫມອງ ແຕ່ຫາກໃຈເຮົາມີເປົ້າຫມາຍແລະຄົ້ນພົບຈຸດທີ່ຈະມຸ່ງຫມັ້ນໄປ ເຮົາກໍຈະໄປຮອດຝັ່ງຝັນໄດ້ໃນທີ່ສຸດ. ຫລານໆລຸງຈົ່ງຕັ້ງໃຈ ແລະມີສະຕິ ເພື່ອທີ່ຈະຄົ້ນພົບຫົວໃຈໂຕເອງ ແລ້ວກໍຕາມມັນໄປໃຫ້ຮອດປາຍຝັນ. ຢ່າໄດ້ໃຫ້ອາລົມມັນມາປິດກັ້ນຈິນຕະນາການຂອງເຮົາໄດ້. ລົດອາລົມແລ້ວໃຊ້ຫົວໃຈໃນການຄິດຫລາຍໆ. ລຸງໂອ້ດ ປລ. ພາບໂດຍລຸງໂອ້ດເອງ ຖ່າຍລະຫວ່າງຖີບລົດໄປທາງສັງທອງ

ມີເງິນເປັນພັນລ້ານ ກໍຊື້ມື້ວານກັບມາບໍ່ໄດ້

ມີເງິນເປັນພັນລ້ານ ກໍຊື້ມື້ວານກັບມາບໍ່ໄດ້

ມີເງິນເປັນລ້ານ ກະກັບໄປຊື້ມື້ວານຄືນມາບໍ່ໄດ້ ຄຳນີ້ເຮົາມັກຈະໄດ້ຍິນຕລອດໆ ເຊິ່ງຈະເປັນສິ່ງທີ່ຊ່ວຍເຕືອນໃຫ້ເຮົາຮູ້ໂຕວ່າ ຫາກເຮົາໄດ້ເຮັດຫຍັງອອກໄປແລ້ວ ຫລືໄດ້ເວົ້າຫຍັງອອກໄປແລ້ວ ຈະເອົາຄືນກັບມາບໍ່ໄດ້. ສະນັ້ນກ່ອນຈະເຮັດຫຍັງ, ເວົ້າຫຍັງ, ຫລືຕັດສິນໃຈຫຍັງ. ກໍຂໍໃຫ້ຄິດໃຫ້ດີໆກ່ອນ ແລະເຮັດດ້ວຍຄວາມຕັ້ງໃຈ ແລະມີຄວາມສຸກ ເພາະມື້ວານມັນຫວນກັບມາບໍ່ໄດ້  ແຕ່.. ຫາກມື້ວານມັນກັບມາບໍ່ໄດ້ກະໃຫ້ຫາທາງອອກແລ້ວກໍຕັ້ງໃຈກັບມື້ນີ້ແລະເຮັດໃຫມ່ທຳໃຫມ່ໃຫ້ດີທີ່ສຸດ.

Penguin ແຄມທາງ ໃນເມືອງ Sydney

Penguin Art on the street..! ລະຫວ່າງທີ່ຢ່າງເລາະຢູ່ໃນເມືອງ Sydney ລຸງໄດ້ພົບກັບນັກສິນລະປິນຄົນນຶ່ງທີ່ລາວເອົາຮູບຜົນງານທີ່ລາວແຕ້ມມາວາງສະແດງຢູ່  ລຸງແນມໄປເຫັນຮູບແພນກວິ້ນຮູບນີ້ ກະເລີຍສະດຸດຕາກະເລິຍໄປຖາມວ່າ ລຸງ: How much this one? ລາວ: ບໍ່ປາກ…ແລ້ວຫງາຍທາງຫລັງມາໃຫ້ເບິ່ງ 0$ ລາວ: ຮູບນີ້ຟຣີ ແຕ່ຫາກບໍລິຈາກຈະເປັນພະຄຸນ. ລຸງວ່າເອົາຮູບນີ້. ແລ້ວບໍລິຈາກໄປ 2$ ຈາກເຄສນີ້ຈະຮຽນຮູ້ໄດ້ວ່າການທີ່ເຮັດສິ່ງທີ້ເຮົາຮັກ ບໍ່ຈຳເປັນຕ້ອງຫວັງຜົນກຳໄລທັງຫມົດ ແລ້ວຄົນທີ່ຮັກຄືກັນກັບເຮົາຈະດຶງດູດມາເກື້ອຫນູນກັນເອງ ປລ. ຂໍອານຸຍາດລົງຮູບລາວ ອາຈະໄດ້ມຸມບໍ່ເທ່ປານໃດຖ່າຍແບບຟ້າວໆ

ເມື່ອຕົກໃນພາວະ ຢ້ານ ຫລືສັບສົນ ຫລານຈົ່ງຕັ້ງສະຕິ

ມະນຸດໂລກທຸກຄົນຍ່ອມມີຊ່ວງເວລາທີ່ຕົກຢູ່ໃສພາວະສັບສົນ,ຢ້ານກົວ ວິຕົກກັງວົນ  ລຸງແນະນຳໃຫ້ຫລານໆຈົ່ງໄດ້ຕັ້ງສະຕິ ແລ້ວຄິດຫາທາງອອກໄປເທື່ອລະຂັ້ນ,ປຶກສາຄົນທີ່ມີປະສົບການ ແລ້ວຈະພົບທາງອອກທີ່ດີແນ່ນອນ.

ຕຣາບໃດທີ່ຍັງມີແສງຕາເວັນ

ຕຣາບໃດທີ່ຍັງມີແສງຕາເວັນ ເຮົາກໍຈະຍັງຮູ້ສຶກຮ້ອນຢູ່ຕະຫລອດເວລາ. ປຽບເຫມືຶນກັບວ່າມີເພື່ອນດີ ເຮົາກໍຈະຮູ້ສຶກອົບອຸ່ນຢູ່ສະເຫມີ ແຕ່ຫາກມີເພື່ອນຈັງໄຮ ກໍຈະຮູ້ສຶກຫມຸດເຫັບຫມຸດຫມັດ ຢູ່ໃນຫມາກຫົວໃຈ ເຫື່ອໄຫລໄຄຍ້ອຍ…

ເລື່ອງ ງົວໆ ກັບປັນຫາໂລກຮ້ອນ

ໂລກຮ້ອນກັບງົວ ຟັງເບິ່ງແລ້ວບໍ່ໜ້າຈະກ່ຽວຂ້ອງກັນໄດ້ ແຕ່ໄປໄປມາມາ 2 ເລື່ອງນີ້ກັບກ່ຽວຂ້ອງກັນຢ່າງເລິກຊຶ້ງທັງຂາໄປ ແລະ ຂາກັບ ເວົ້າງ່າຍໆ ຄື ງົວເປັນສາເຫດຂອງໂລກຮ້ອນ ແລະໃນທາງກັບກັນ ໂລກຮ້ອນກໍໂຍງບັນຫາກັບມາເຖິງງົວນຳ ໂດຍທົ່ວໄປເວລາເຮົາເວົ້າເຖິງໂລກຮ້ອນ ເຮົາມັກນຶກເຖິງຜົນງານຂອງມະນຸດ ຜ່ານທາງການປ່ອຍ CO2 ຫລືກາກບອນດີອົກຊິດ ສູ່ຊັ້ນບັນຍາກາດ ເຮັດໃຫ້ເກີດສະພາບເຮືອນກະຈົກ ຄວາມຮ້ອນຈາກດວງອາທິດຖືກກັກໄວ້ພາຍໃນບັນຢາກາດໂລກ ຈົນເຮັດໃຫ້ອຸນຫະພູມເສລີ່ຍສູງຂຶ້ນ.