Category: memory

ບັນຫາພາສາລາວໃນ  Mysql Server ແລ້ວເປັນເຄື່ອງຫມາຍ ???????

ບັນຫາພາສາລາວໃນ Mysql Server ແລ້ວເປັນເຄື່ອງຫມາຍ ???????

ປັນຫານີ້ລຸງໂອ້ດ ເຄີຍພົບເຫັນມາຕັ້ງແຕ່ສະໄຫມເປັນ ບ່າວພຸ້ນລະ ສະໄຫມນັ້ນຂຽນ PHP+MySQL ແລ້ວເປັນຫມາຍຖາມ ລຸງກະໄດ້ແກ້ດ້ວຍການ ເພີ່ມຄຳສັ່ງໃນການ Connect ໃຫ້ປ່ຽນ Encode ເປັນ utf8

Study Jam Android Fundamentals in Vientiane, Week 1

Study Jam Android Fundamentals in Vientiane, Week 1

Study Jam Android Fundamentals in Vientiane, Week 1 Study Jam Android Fundamentals in Vientiane ແມ່ນການຮຽນ android ຕາມມາດຕະຖານຂອງ google ລຸງໂອ້ດເອງກໍຖືໂອກາດມາຮຽນນຳຫລານໆ ເພື່ອຍົກລະດັບຄວາມເຂົ້າໃຈຂອງທີ່ມີໃຫ້ກັບ ລະບົບຕັບໃຕຂອງແອນດຣອຍໃຫ້ຫລາຍຂຶ້ນຫະຫະ ອີກປະການນຶ່ງແມ່ນລຸງຢາກໄດ້ cert ຫວັງວ່າຈະຜ່ານມາດຕະຖານຂອງເພີ່ນເນາະ ໂດຍມີ ທ່ານ ອາຈານ ເອ ເພິ່ນເຄີຍຜ່ານຄອສນີ້ມາແລ້ວຈະມາເປັນ ຜູ້ແນະນຳໃຫ້ ເອົາເປັນວ່າລຸງຈະພະຍາຍາມ ອັບເດດ ແລະ ບັນທຶກລົງໃຫ້ອ່ານເທົ່າທີ່ລຸງເກັບໄດ້...

ບັນທຶກ ການຝຶກອົບຮົມ ຫລັກການ – ການອອກແບບ ຂັ້ນເທບ ໂດຍ: Defago

  ມື້ນີ້ຖືວ່າເປັນໂອກາດອັນດີ ທີ່ລູງໄດ້ເຂົ້າຮ່ວມຮຽນກັບ ທ່ານ ເດຟາໂກ ນັກອອກແບບມືອາຊີບທີ່ມີຜົນງານອັນໂດດເດັ່ນທັງຢູ່ໃນວົງການອອກແບບລາວ ແລະ ຂອງສາກົນ ເບິ່ງຜົນງານຂອງເພິ່ນໄດ້ທີ່ http://defago.deviantart.com/gallery/ ສ່ວນເນື້ອໃນແມ່ນລຸງໂອ້ດ ໄດ້ບັນທຶກສ່ວນທີ່ເປັນຫົວກະທິໄວ້ປະມານນີ້ເດີ້

Introduction to Open Source By: LoungOs

Introduction to Open Source By: LoungOs

ບົດນຳສະເຫນີກ່ຽວກັບ ໂອເພິ່ນຊອດ ໃນງານບາແຄ້ມ 2013 ແລະ 2014 ໂດຍ: ລຸງໂອ້ດ

ການກູ້ ຄືນ Grub boot ຂອງ linux

ການກູ້ ຄືນ Grub boot ຂອງ linux

ປົກກະຕິລຸງໃຊ້ Kali Linux ພໍດີ ລຸງໂອ້ດ ຄິດຢາກລົງ ວິນໂດວ8 ໃຊ້ເປັນ 2 ລະບົບປະຕິບັດການ ເລິຍປະຕິບັດດັ່ງນີ່ 1, ໃຊ້ Live CD or USB ເພື່ອແບ່ງ Partition ໃຫມ່ສຳລັບລົງວິນໂດວ 2 ຈາກນັ້ນກໍຕິດຕັ້ງວິນໂດວ ໃສ່ Partition ຈົນສຳເລັດ 3 ຈາກນັ້ນ ລະບົບຈະບູດເຂົ້າໄດ້ ສະເພາະວິນໂດວ ປັນຫາເກີດຂຶ້ນບ່ອນວ່າ ຈະກູ້ເອົາ Linux ກັບມາໄດ້ແນວໃດ?

ປັນຫາ PHP: “Notice: Undefined variable” and “Notice: Undefined index”

ປັນຫາ PHP: “Notice: Undefined variable” and “Notice: Undefined index”

ຊ່ວງນີ້ລຸງກຳລັງນັ່ງຜັດຂີ້ມ້ຽງ ຢູ່ ໄປຍົກເອົາ CODE PHP ເກົ່າໆມາແປງຫລິ້ນ ເລີິຍມີປັນຫາແດ່ ແລະຫລ້າສຸດແມ່ນປັນຫາ PHP: “Notice: Undefined variable” and “Notice: Undefined index” ໃນ PHP ໂຕຢ່າງລຸງສັ່ງເປັນ <?php echo $_SESSION[‘userID’];?> ແບບນີ້ມັນຈະທ້ວງວ່າ Notice: Undefined variable userID ປະມານນີ້ລະ

ສົ່ງທີ່ຮັກໄປຮຽນຕໍ່ອັງກິດ

ຖືວ່າເປັນການຈາກກັນທີ່ຄາດວ່າຈະດົນທີ່ສຸດນັບຕັ້ງແຕ່ຄົບກັນມາ ເພາະເມຍຕ້ອງໄປຮຽນ ພາສາອັງກິດໄລຍະສັ້ນເປັນເວລາ5ເດືອນທີ່ເມືອງ liverpool ຮູ້ສຶກຄິດຮອດຄັກ…. ເຖິງແນວໃດກໍຕາມ ຂໍໃຫ້ເມຍທີ່ຮັກ ຈົ່ງຕັ້ງໃຈຮຽນ ໃຫ້ເກັ່ງເສັງໃຫ້ໄດ້ເດີ້…

ເພງແຕ່ງງານ ຂອງຂ້າພະເຈົ້າ

ສຳລັບບັນທຶກນນີ້ແມ່ນຂ້າພະເຈົ້າຈະບັນທຶກກ່ຽວກັບເພງ ທີ່ໃຊ້ໃນງານແຕ່ງງານຂອງຂ້າພະເຈົ້າເອງ ຄວາມຈິງງານແຕ່ງແມ່ນໄດ້ຈັດໄປແລ້ວຕັ້ງແຕ່ 13/11/2011 ແລ້ວ   ແຕ່ພໍດີໄປຄົ້ນຂໍ້ມູນເກົ່າແລ້ວໄປພົບກັບເພງ 2 ເພງ ນີ້ເລີຍເອົາມາບັນທຶກໄວ້ເພື່ອເປັນຄວາມຊົງຈຳໃນວັນແຕ່ງງານຂອງຂ້າພະເຈົ້າເອງ ແລະ ເພື່ອພີ່ນ້ອງຫມູ້ເພື່ອນທີ່ຕ້ອງການເອົາເພງໄປປະກອບໃນການຊ້ອມຟ້ອນລຳວົງ ແລະ ຈັ່ງຫວະຮັກແພງກໍສາມາດມາໂຫລດເອົາຢູ່ນີ້ໄປໃຊ້ໄດ້ເລີຍ