Author: Os555

ລຸງໄປງານ Devfest2018 ກັບ GDG Vientiane

ຈົບລົງດ້ວຍຄວາມສວຍງາມ ກັບງານ GDG Devfest 2018. ຂໍສະແດງຄວາມຊົມເຊີຍມາຍັງລູກຫລານທີມງານ ອາສາສະມັກ, ທ່ານ ຜູ່ບັນຍາຍ ແລະ ຜູ້ໃຫ້ການສະຫນັບສະຫນູນທຸກທ່ານ ທີ່ເຮັດໃຫ້ງານດີດີແບບນີ້ເກີດຂຶ້ນມາໄດ້. ໂດຍສະເພາະ ແມ່ນ ຫລານໆ ອາສາສະຫມັກ ທີ່ມີຄວາມເສຍສະລະທັງແຮງກາຍ ທັງເວລາ ໃນການຊ່ວຍສ້າງໃຫ້ງານສຳເລັດ. ຊົມເຊີຍ….. ຊົມເຊີ້ຍຍ ຊົມເຊີ໊ຍ….. ສ່ວນລຸງເອງແມ່ນໄດ້ປະກອບສ່ວນໃນການຂຶ້ນບັນຍາຍຫົວຂໍ້ Secure Coding ໃຫ້ປອດໄພ. ໄວ້ລຸງຈະອັບໂຫລດສະໄລ້ມາໃຫ້ຕາມຫລັງເດີ້.       ເບິ່ງວີດີໂອໄດ້ທີ່ນີ້    

ລຸງໂອ້ດ ຮ່ວມງານບາແຄ້ມ ສະຫວັນນະເຂດ BarcampSVK2018

ເນື່ອງຈາກທີມລຸງເປັນຄະນະຈັດງານບາແຄ້ມວຽງຈັນ ກໍເລີຍໄປຫາຄອນເນັກຊັ່ນ ທີ່ບາແຄ້ມສະຫວັນນຳເພິ່ນແດ່ ພ້ອມກັບວ່າພໍດີມີລູກຄ້າຢູ່ປາກເຊຢາກໃຫ້ໄປສຳຫລວດລະບົບ ບໍລິຫານຈັດການການຜລິດໂຮງງານປລາຕິກ , ນ້ຳດື່ມ,ນ້ຳກ້ອນໃຫ້ກະເລີຍສວຍໂອກາດໄປ. ສຳລັບບາແຄ້ມສະຫວັນແລ້ວລຸງຮູ້ສຶກພູມໃຈກັບງານນີ້ຫລາຍເພາະຫລານຂອງລຸງໂອ້ດເອງທີ່ເປັນຄົນສະຫວັນແລະຢາກຈະໄປຈັດຢູ່ບ້ານຂອງໂຕເອງ. (ຫລານແຟຣ້ງ) ປີນີ້ຈັດເປັນປີທີ2 ແລ້ວ ຖືວ່າຄົນມາຫລາຍພໍສົມຄວນ ນັບດ້ວຍສາຍຕາກໍອາດຈະປະມານ 150-200 ຄົນ ມີຫ້ອງ 3 ຫ້ອງ ສຳລັບເວົ້າມີທັງຫມົດ 20 ຫົວຂໍ້ ຫົວຂໍ້ສ່ວນໃຫຍ່ເປັນການສ້າງແຮງບັນດານໃຈ, ການສຶກສາພາສາອັງກິດ, ເຕັກໂນໂລຊີ ການສ້າງເວັບໄຊ,ຂຽນໂປຣແກຣມ, computer vision, blockchain,ວິທະຍາສາດ,ສັງຄົມແລະສຸຂະພາບ ຖືວ່າຄົບຫລາກຫລາຍດີ ທີ່ລຸງປະທັບໃຈໃນງານນີ້ຄື ທີມງານຫນ້າຮັກຫລາຍ ແຕ່ລະຄົນມາຊ່ວຍອາສາກັນແບບ ເຕັມໃຈແລະຫ້າວຫັນ. ຈົນເກີດເປັນຄຳວ່າ...

ລຸງໂອ້ດ ຮ່ວມ ເສວະນາ IT Q/A workshop

ລຸງໄດ້ມີໂອກາດໄປຮ່ວມເສວະນາໃນ ກິດຈະກຳດີໆ ຈາກ Le buddies ວັນເສົາ ທີ 18/8/2018 ທີ່ American Center at Thatdam ເວລາ 13.00-16.00 ໂມງ . Le buddies ໄດ້ຈັດງານສຳລັບນ້ອງໆ ນັກສຶກສາ ແລະ ບຸກຄົນທົ່ວໄປທີ່ສົນໃຈ ເຂົ້າຮ່ວມງານ “ IT Q/A workshop “ ເຊິ່ງໃນງານຈະມີຫລາກຫລາຍຫົວຂໍ້ໃຫ້ສົນທະນາຈາກແຂກຮັບເຊີນມາເປັນ ພາແນວ 3 ທ່ານ ທີ່ມາຈາກ...

Ham Radio System ລະບົບການສື່ສານສຳຮອງ ໃນຍາມເກີດໄພພິບັດ

ຍອມຮັບວ່າທຸກມື້ນີ້ ເຮົາເກີດມາໃນຍຸກຂໍ້ມູນຂ່າວສານທີ່ທັນສະໄຫມ ມີ 3G,4G ໃຊ້ກັນແລ້ວ ແຕ່ເມື່ອເກີດເຫດການທີ່ບໍ່ຄາດຝັນເຊັ່ນ:ໄພພິບັດ ທີ່ທຳລາຍທັງລະບົບໄຟຟ້າ, ເສົາສັນຍານໂທລະສັບ ເຮືອນຊານບ້ານສ່ອງໄປຫມົດບາດດຽວກໍເຮັດໃຫ້ການສື່ສານນັ້ນມີຄວາມລຳບາກໄປນຳ. ມື້ນີ້ລຸງຈະມາຂຽນບົດຄວາມນຳສະເຫນີກ່ຽວກັບ ລະບົບວິທະຍຸສື່ສານ ຮວມທັງ Ham ນຳ ແລ້ວ Ham Radio ມັນແມ່ນຫຍັງ? Ham Radio ແມ່ນຄຳເວົ້າຍໍ້ມາຈາກ ( Amateur Radio ) ເຊິ່ງແອມມາເຈີໃນທີ່ນີ້ ແມ່ນຫມາຍເຖິງນັກວິທະຍຸທີ່ ມີເຄື່ອງຮັບ-ສົ່ງສັນຍານວິທະຍຸ ຫລິ້ນຢູ່ຕາມບ້ານເຮືອນ ມີສະຖານີຂອງໃຜມັນຢູ່ເຮືອນຂອງໃຜມັນ. ຮູບປະກອບຂອງ 1 ສະຖານີຫລັກໆຈະປະກອບມີ: 1...

ລຸງໂອ້ດ ງານມະຫາກຳເປີດກວ້າງການສຶກສາ ຄັ້ງທີ 2 ວັນທີ 12 ກໍລະກົດ 2018 ສາຍວິຊາຊີບ ໄອທີ

ຖືເປັນອີກງານນຶ່ງທີ່ລຸງມີຄວາມພູມໃຈທີ່ໄດ້ໄປຮ່ວມ ເພາະເປັນງານທີ່ລຸງຢາກໃຫ້ມີມາດົນແລ້ວຄືການຊ່ວຍແນະນຳນັກສຶກສາສາຍໄອທີ ໃຫ້ຄົນທີ່ສົນໃຈດ້ານສາຍນີ້ມີຄວາມເຂົ້າໃຈຕື່ມວ່າ ມາຮຽນສາຍນີ້ ຈະໄດ້ພົບກັບຫຍັງແດ່ ຈະໄດ້ຮຽນຫຍັງແດ່ ແລະຈະໄດ້ເຮັດອາຊີບໃດແດ່ ຫາກຫລານຄົນໃດສົນໃຈກໍລອງເບິ່ງໃນບັນທຶກວີດີໂອ ທາງທ້າຍ ໂພສນີ້ເດີ້ ບ ວິດີໂອ ງານມະຫາກຳເປີດກວ້າງການສຶກສາ ຄັ້ງທີ 2 ວັນທີ 12 ກໍລະກົດ 2018 ສາຍວິຊາຊີບ ໄອທີ ຂອບໃຈ ຄົນຖ່າຍວິດີໂອ : ໂດຍ Arty Philaphonh

ແນະນຳ App ຄຸນລູກ ສຳລັບຄົນລ້ຽງລູກນ້ອຍ

ຊ່ວງນີ້ລຸງກຳລັງລ້ຽງລູກນ້ອຍກໍເລີຍໄປຄົ້ນເບິ່ງເຫັນແອັບນີ້ມັນມີປະໂຫຍດດີເອົາໄວ້ຊ່ວຍຕິດຕາມ ພັດທະນາການຂອງລູູກແລະບັນທຶກການເຕີບໂຕຂອງລູກວ່າຢູ່ໃນເກນປົກກະຕິບໍ່ ໂຫລດໄດ້ທີ່ : https://www.khunlook.com/    

MySQL Select ຂໍ້ມູນ ມາໃສ່ຂັ້ນດ້ວຍ , Comma

MySQL Select ຂໍ້ມູນ ມາໃສ່ຂັ້ນດ້ວຍ , Comma

ກະບັນທຶກໄວກັນລືມວ່າ ການດຶງຂໍ້ມູນທີ່ອອກມາເປັນຕາຕະລາງ ໃຫ້ມັນເຂົ້າໄປຢູ່ໃນໂຕແປດຽວ ທີຂັ້ນດ້ວຍ  , ນັ້ນຈະເຮັດແບບໃດ ໄປເບິ່ງກັນເລີຍ ໃນທີ່ນີ້ລຸງຂຽນດ້ວຍ   PHP ໂຕຢ່າງຂໍ້ມູນທີ່ມີ ຢາກໄດ້ໃຫ້ Site_ID ອອກມາເປັນແບບ ລຽນກັນມີ , ຂັ້ນ ນີ້ຄືແບບທີ່ຢາກໄດ້ ລຸງໄປຫາມາແລ້ວ ເຂົາແນະນຳໃຫ້ໃຊ້ GROUP_CONCAT ກະຂຽນແບບບ້ານໆ ປະມານນີ້ລະ   <?php $sql=’select GROUP_CONCAT(Site_ID) as `Site_ID` from sites’; $rs=mysqli_query($connection,$sql) or die(mysqli_connect_error()); $result=mysqli_fetch_array($rs,MYSQLI_ASSOC);...

ອັບໂຫລດໄຟລ Google Drive ໂດຍຜ່ານ command line Linux

  ບັນທຶກງ່າຍໆ ກັນລືມ ພໍດີລຸງໄປເຫັນວິທີການ ສົ່ງໄຟລ ເຂົ້າໄປໃນ Google Drive ດ້ວຍຄຳສັ່ງ linux ( ເອົາໄວ້ແບັກອັບໄຟລໄວ້ Gdrive) ກະຄຳສັ່ງສັ້ນໆຕາມນີ້ເລີຍ: ສັ່ງດາວໂຫລດ gdrive for linux ຈາກ https://github.com/prasmussen/gdrive#downloads ຫລື ສັ່ງ

Ch2 Download ແລະ​ຕິດ​ຕັ້ງ NodeJS + NPM ແລ້ວ Hello World

Download ແລະ​ຕິດ​ຕັ້ງ NodeJS + NPM  ແລ້ວ Hello World ໂຫລດ NodeJS ມາ​ເລີຍ​ທີ່ https://nodejs.org/en/download/ ຕິດ​ຕັ້ງ​ກໍ​ງ່າຍ​ຫລາຍ ພຽງແຕ່ next ໆ (ເນື່ອງຈາກມັນງ່າຍຫລາຍ ລຸງເລີຍຈະຂໍຂ້າມຂັ້ນຕອນນີ້ໄປ ໃຫ້ໄປອ່ານລິ້ງທາງລຸ່ມແທນ ຫະຫະ) ເມື່ອ​ຕິດ​ຕັ້ງ​ແລ້ວ​ກໍ​ລອງເປີດ terminal ແລ້ວ​ພິມ node -v ກໍ​ຈະ​ຮູ້​ວ່າ​ຕິດ​ຕັ້ງ​ສຳ​ເລັດ​ຫລື​ບໍ່ node -v v6.11.4 (ຜົນໄດ້ຮັບເປັນການສະແດງ Version ຂອງ node)  ...

Ch1 ແນະ​ນຳ NodeJS (NodeJS ແມ່ນຫຍັງ?)

ກ່ອນຈະເລີ່ມລຸງຈະມາຈົ່ມໃຫ້ຟັງກ່ອນວ່າ ການເລີ່ມບົດຄວາມນີ້ແມ່ນການເລີ່ມຕົ້ນແບບຈິງຈັງກັບການຫັນມາໃຊ້ NodeJS ກັນເລີຍທີດຽວ ເພາະໂປຣເຈັກຕ່າງໆ ທີ່ເຄີຍເຮັດເປັນ PHP ຕອນນີ້ມີນະໂຍບາຍໃນການຍ້າຍໄປໃຊ້  NodeJS ຫລື ຈະ Re-code ໄປເປັນ  NodeJS ແທນ ເພາະວ່າໂລກນີ້ມັນຫມູນໄປແລ້ວ ແລະ ຄົນລາວບໍ່ມີໃຜຢາກຫລີ້ນ Python ນຳລຸງ ເລີຍຕັດສິນໃຈໄປກັບຍຸກສະໄຫມເລີຍແລ້ວກັນ ບົດຄວາມ NodeJS  ຈະປ່ອຍອອກມາເປັນບົດໆ ຫລື ອາດຈະມີວີດີໂອ ອະທິບາຍອອກມາຕາມຫລັງເຊິ່ງຕອນນີ້ເຮົາໄປຮູ້ຈັກກັບ  NodeJS ກ່ອນລະກັນ