Ham Radio System ລະບົບການສື່ສານສຳຮອງ ໃນຍາມເກີດໄພພິບັດ
ຍອມຮັບວ່າທຸກມື້ນີ້ ເຮົາເກີດມາໃນຍຸກຂໍ້ມູນຂ່າວສານທີ່ທັນສະໄຫມ ມີ 3G,4G ໃຊ້ກັນແລ້ວ
ແຕ່ເມື່ອເກີດເຫດການທີ່ບໍ່ຄາດຝັນເຊັ່ນ:ໄພພິບັດ ທີ່ທຳລາຍທັງລະບົບໄຟຟ້າ, ເສົາສັນຍານໂທລະສັບ ເຮືອນຊານບ້ານສ່ອງໄປຫມົດບາດດຽວກໍເຮັດໃຫ້ການສື່ສານນັ້ນມີຄວາມລຳບາກໄປນຳ.
ມື້ນີ້ລຸງຈະມາຂຽນບົດຄວາມນຳສະເຫນີກ່ຽວກັບ ລະບົບວິທະຍຸສື່ສານ ຮວມທັງ Ham ນຳ
ແລ້ວ Ham Radio ມັນແມ່ນຫຍັງ?
Ham Radio ແມ່ນຄຳເວົ້າຍໍ້ມາຈາກ ( Amateur Radio ) ເຊິ່ງແອມມາເຈີໃນທີ່ນີ້ ແມ່ນຫມາຍເຖິງນັກວິທະຍຸທີ່ ມີເຄື່ອງຮັບ-ສົ່ງສັນຍານວິທະຍຸ ຫລິ້ນຢູ່ຕາມບ້ານເຮືອນ ມີສະຖານີຂອງໃຜມັນຢູ່ເຮືອນຂອງໃຜມັນ.
ຮູບປະກອບຂອງ 1 ສະຖານີຫລັກໆຈະປະກອບມີ:
1 ເຄື່ອງ ຮັບ-ສົ່ງ ສັນຍານວິທະຍຸ
1.5 ໄມ, ຫູຟັງ.
2 ແຫຼ່ງຈ່າຍໄຟ
3 ເສົາສັນຍານ (ຫາກສະຖານີໃຫຍ່ອາດຈະມີເຄື່ອງປັບຫມູນເສົານຳ)
4 Keyer ສຳລັບຕີລະຫັດມອສ
5 ຄອມພິວເຕີ ສຳລັບ ບັນທຶກການສື່ສານ ຫລື ໄວ້ສຳລັບຮັບ Data ໃນ Digital mode
ປະຈຸບັນມີຄົນຫລິ້ນວິທະຍຸຢູ່ບໍ່? ແລ້ວແມ່ນໃຜແດ່?
ສຳລັບຄຳວ່າວິທະຍຸຄຳຕອບນີ້ແມ່ນມີ ແລະ ມີຫລາຍເລີຍ. ມັນຈະແບ່ງເປັນຫລາຍຫມວດເຊັ່ນ: ທີ່ໃກ້ໂຕເຮົາທີ່ສຸດ ແມ່ນ ວິທະຍຸກະຈາຍສຽງ ທີ່ເຮົາຮັບຟັງໃນລົດທຸກມື້ນີ້ ກໍເປັນຄື້ນວິທະຍຸຄືກັນທີ່ອະນຸຍາດໃຫ້ອອກອາກາດໄດ້ທີ່ຊ່ວງຄວາມຖີ່ 88-108MHz ໃນໂຫມດ FM (ນີ້ຖືເປັນການກະຈາຍສັນຍານທາງດຽວ)
ຂຶ້ນໄປອີກນ້ອຍນຶ່ງ ຕັ້ງແຕ່ 108-137MHz ນີ້ໃຊ້ສຳລັບ ການສື່ສານເທິງຍົນ ລະຫວ່າງຫໍຄອຍ ກັບນັກບິນເທິງຍົນໄວ້ລົມກັນ ຖາມສະພາບອາກາດ,ຂໍຄິວຂຶ້ນບິນ,ຂໍຣັນເວລົງຈອດ ຕ່າງໆ ແມ່ນເພິ່ນລົມກັນຢູ່ຊ່ອງຄວາມຖີ່ນີ້ລະເດີ່ນບິນວັດໄຕບ້ານເຮົາກະໃຊ້ຄວາມຖີ່ ປະມານ 118.1 ແລະ 119.7 MHz ປະມານນີ້ທີ່ບໍ່ແນ່ໃຈວ່າປ່ຽນແລ້ວບໍ່ ຫະຫະ
#ລອງຄິດຫລິ້ນໆວ່າ ວິທະຍຸໃນຍົນໃຊ້ຄື້ນ 108-137 ໂທລະສັບໃຊ້ ຄື້ນ 800,900,1800,2100 ມັນຊິມີໂອກາດກວນສັນຍານກັນບໍ່? ເປັນຫຍັງເຮົາຕ້ອງປິດມືຖື? ໃນທາງເຕັກນິກແລ້ວມັນບໍ່ກວນກັນ ແຕ່ເພື່ອຄວາມປອດໄພ ເຮົາກະໄດ້ປະຕິບັດຕາມມາດຕະຖານຄວາມປອດໄພຫັ້ນລະເນາະ (ອັນນີ້ບໍ່ນັບລົດບັງຄັບແລະເຄື່ອງຫລິ້ນອື້ນໆເດີ້)
ນອກນັ້ນກໍຍັງມີຄື້ນທີ່ສູງກວ່າ ແລະຕ່ຳກວ່າ ທີ່ໃຊ້ໃນຊີວິດປະຈຳວັນກະມີ ຄື້ນໄມໂຄເວັບ ( ໃນເຕົາໄມໂຄເວັບ), ຄື້ນອິນຟາເຣດ (ຢູ່ຫົວຣີໂມທ), ຄື້ນ ອຸນຕຣ້າຊາວ (ໄວ້ຊ່ອງເບິ່ງທ້ອງເຮົາ), ຄື້ນມືຖື, ຄື່ນ ໄວໄຟ ລຯລ.
ເອົາເປັນວ່າໃຜສົນໃຈລາຍລະອຽດແຕ່ລະຊ່ວງຄວາມຖີ່ເຮັດໃຊ້ປະໂຫຍດຫຍັງແດ່ ກະໃຫ້ໄປອ່ານສະໄລ້ທີ່ລຸງເຄີຍເຮັດໄວ້ໃນງາມບາແຄ້ມ Link ນີ້ ເດີ້
ບາດນີ້ ເຮົາມາເວົ້າກັນເລື່ອງ Ham Radio ແລະ ວິທະຍຸຊ່ວງສື່ສານ ໂດຍຫຍໍ້ ລວມໆ ຍຳໆ
ເບິ່ງຮູບລຸ່ມນີ້ ສະແດງໃຫ້ເຫັນຊ່ວງຄວາມຖີ່ແຕ່ລະຍ່ານທີ່ປະຊາຊົນສາມາດໃຊ້ລົມກັນໄດ້ຜ່ານເຄື່ອງຮັບ-ສົ່ງ ຢູ່ບ້ານ
ອະທິບາຍສັ້ນໆ :
CW mode (ສີເຫລືຶງ) ແມ່ນ ໂຫມດທີ່ມີແບນບິທນ້ອຍ ເລີຍນິຍົມສົ່ງຂໍ້ມູນຂະນາດນ້ອຍ ສ່ວນໃຫຍ່ຈະເປັນລະຫັດມອສ ເພາະມີແຕ່ສຽງເຄາະ ເລີຍກິນແບນວິດນ້ອຍໆ.
SSB (ສີຂຽວ) ອັນນີ້ເປັນຊ່ອງ All modeແຕ່ຈະໃຊ້ສົ່ງສັນຍານສຽງເວົ້າ,
Fm ກໍແມ່ນໃຊ້ສົ່ງສຽງເວົ້າເປັນຫລັກ
Satellite ແມ່ນວິທະຍຸສື່ສານດາວທຽມ
ການແບ່ງເຫລົ່ານີ້ກໍເພື່ອຄວາມເປັນລະບຽບສັງເກດວ່າຊ່ວງຂອງລະຫັດມອສຈະຢູ່ຊ່ວງຕົ້ນຄື້ນ ແລະສຽງຈະຢູ່ທາງປາຍໆ.
ບາດນີ້ມາເບິ່ງວ່າ ວິທະຍຸທີ່ເຮົາໃຊ້ລົມກັນ ແບບ ວໍ ຫລື Talkie-walkie ນີ້ແມ່ນຢູ່ຊ່ວງໃດ?
ກະສ່ວນໃຫຍ່ທີ່ມີຂາຍຕາມຕລາດຈີນກະຈະໃຊ້ຄວາມຖີ່ 137-174MHz ອາດຈະມີຊ່ວງ 200,400 ແລ້ວແຕ່ລຸ້ນ.
ເຄື່ອງເຫລົ່ານີ້ ຢູ່ບ້ານເຮົາຂາຍປະມານ 250,00-500,000 ແລ້ວແຕ່ຊິຕໍ່ເອົາ ຫະຫະ
ກຳລັງສົ່ງຂຽນໄວ້ວ່າ 5 ວັດ ແຕ່ສົ່ງໂຕຈິງຈະອອກປະມານ 3 ວັດ ຖາມວ່າໄປໄດ້ໄກບໍ່? 3 ວັດ ໃນພື້ນທີ່ໂລ່ງ ຈະລົມກັນໄດ້ໄກຮອດ ປະມານ 3-4 ກິໂລເມັດ.
ແຕ່ຫາກລົມກັນຜ່ານເສົາທວນສັນຍານ(repeater) ແມ່ນຈະໄປໄດ້ໄກຫລາຍ ຂຶ້ນກັບກຳລັງສົ່ງຂອງແມ່ຂ່າຍ ສ່ວນໃຫຍ່ໄປໄດ້ໄກຮອດ30 ກິໂລແມັດຫລືຫລາຍກວ່າ.
ຮູບແຜນວາດຂອງການສົນທະນາຜ່ານ ເສົາທວນສັນຍານ.
ລຸງເຄີຍໃຊ້ເຄື່ອງຮັບ-ສົງ ໃຊ້ກຳລັງສົ່ງ 10ວັດ ອອກອາກາດທີ່ບ້ານໂພນຕ້ອງ (ນະຄອນຫລວງວຽງຈັນ) ສາມາດລົມກັບ ຄົນຄົນຂອນແກ່ນ ແລະຈັ່ງຫວັດເລີຍ ໄດ້ຜ່ານສະຖານີແມ່ຂ່າຍທວນສັນຍານ.
ມາຮອດນີ້ບາງຄົນອາຈະຍັງນຶກພາບບໍ່ອອກວ່າແລ້ວມັນຈະຊ່ວຍໄດ່ແນວໃດ?
ລຸງຈະຍົກໂຕຢ່າງປະເທດເພື່ອນບ້ານເຮົາປະເທດໄທ ເພິ່ນມີເສົາແມ່ຂ່າຍໃຫ້ປະຊາຊົນໄດ້ໃຊ້ໃນແຕ່ລະເຂດຈັງຫວັດ
ປະຊາຊົນທີ່ຕ້ອງການໃຊ້ວິທະຍຸກໍໄປເຂົ້າຮຽນ ວິທີການສື່ສານ, ຮຽນລະຫັດວິທະຍຸ ລະຫັດ ວ. ແລ້ວກໍສອບເສັງເອົາໃບອະນຸຍາດ ຈາກນັ້ນກໍຈະໄດ້ຊື່ເອີ້ນ( callsign)* ມາເພື່ອໃຊ້ເປັນຊື່ຮຽກໂຕເອງໃນເວລາລົມກັບຄົນອື່ນ
ທຸກຄົນກໍຫມູນສັນຍານໄປທີ່ຊ່ອງແມ່ຂ່າຍແລ້ວກໍ່ລົມກັນໃນສັນຍານ ຖືວ່າເປັນໂຊຊ່ຽວເນັດເວີກຍຸກ 0.5G ເລີຍກະວ່າໄດ້ ສາມາດລົມກັນໄດ້ທຸກເລື່ອງບົນພື້ນຖານຂອງມາລະຍາດໃນການສື່ສານ ເວົ້າຢອກໄຍ,ຊວນກິນເຫລົ້າ,ຊວນໄປຫາເຫັດຫາຮວກ ກະຊວນໄດ້ ແລ້ວຍາມມີແນວໃຫ້ຊ່ວຍເຊັ່ນ ຢາງລົດຮົ່ວ, ຖາມທາງ ຫລືເຫດການດ່ວນໆ ກໍຈະເຄລຍຄວາມຖີ່ ຫມາຍເຖິງແຈ້ງໃຫ້ທຸກຄົນມິດແລ້ວກໍປະສານງານກັນແບບຈິງຈັງ.
ແລ້ວໃຜຈະເປັນຄົນຮັບປະກັນວ່າ ສິ່ງທີ່ຄົນລົມກັນນັ້ນຈະບໍ່ເປັນການລົມອອກນອກເລື່ອງ?
ອັນນີ້ແຕ່ລະສະຖານີ ເພິ່ນຈະມີປະທານສະມາຄົມນັກວິທະຍຸສະຫມັກຫລິ້ນ ເປັນຜູ້ເຍິ່ງແຍງ ເວລາເກີດເຫດການຕ່າງໆ ເທິງຄື້ນຄວາ ຖີ່ກໍຈະມາໄກ່ເກ່ຍໄດ້.
ອັນນີ້ຖືວ່າເປັນໂຕຢ່າງນຶ່ງ ລອງນຶກພາບວ່າປະຊາຊົນສາມາດມີວິທະຍຸມືຖືໄດ້ ແລ້ວກະສາມາດລົມກັນໄດ້ຕລອດ 24ຊົ່ວໂມງ
ການສື່ສານມັນກໍຈະໄວຂຶ້ນການເຕືອນໄພຕ່າງໆກໍຈະໄວຂຶ້ນ ແຖມຕອນທີ່ບໍ່ມີໄຟ ຫລືບໍ່ມີສັນຍານເນັດ ກໍຍັງໃຊ້ລົມກັນໄດ້ອີກ.
ອັນນີ້ແມ່ນຍົກກໍລະນີສະເພາະລົມກັນໃນໄລຍະໃກ້
ໄວ້ມື້ຫນ້າລຸງຈະມາເລົ່າວ່າລົມກັນ “ຂ້າມໂລກຂ້າມທະວີບ” ນັ້ນແມ່ນເຮັດແບບໃດ.
ອີກອັນນຶ່ງແມ່ນ ປະເທດທີ່ມີໄພພິບັດເລື້ອຍໆເຂົາເຈົ້າຈະໃຫ້ປະຊາຊົນຝຶກໃຊ້ວິທະຍະສື່ສານຕັ້ງແຕ່ນ້ອຍ ໂດຍສະເພາະຍີ່ປຸ່ນ ຈະມີປະຊາກອນຫລິ້ນວິທະຍຸຫລາຍທົ່ວປະເທດເລີຍ.
ອໍ້ ກ່ອນຈົບ ລຸງຊິອະທິບາຍຄຳວ່າ Callsign ຈັກນ້ອຍ: Callsign ແມ່ນສັນຍາລັກຊື່ ໃຊ້ເອີ້ນແທນໂຕເອງໃນວົງການວິທະຍຸ ແຕ່ລະປະເທດກໍຈະໄດ້ Prefix ທີ່ເປັນລະຫັດຂອງໂຕເອງໄປ ໂດຍມີ ITU ເປັນຜູ້ຈັດສັນ,ໂຕຢ່າງປະເທດລາວບ້ານເຮົາຈະໄດ້ ເປັນ XW ປະເທດໄທຈະໄດ້ HS ແລະE2 ເປັນຕົ້ນ
ສຳລັບ Callsign ຂອງລຸງແມ່ນ: XW1OS
ເວລາອອກອາກາດຈະເວົ້າວ່າ: X-ray Wisky One Oscar Sierra
ພໍຄົນອື່ນໄດ້ຍິນກໍຈະຮູ້ກ່ອນເລີຍວ່າ ຄົນນີ້ແມ່ນນັກວິທະຍຸຄົນລາວ ຫລື ອອກອາກາດຈາກປະເທດລາວ ແລ້ວກໍຈະເອົາຄອນຊາຍ ໄປຊອກໃນຖານຂໍ້ມູນນັກວິທະຍຸ
https://www.qrz.com/ ຈະເຫັນຊື່ ນາມສະກຸນ ທີ່ໄດ້ລົງທະບຽນໄວ້.
ປິດທ້າຍບ້ານເຮົາຍັງບໍ່ອະນຸຍາດເປີດກວ້າງໃຫ້ຄົນທົ່ວໄປໃຊ້ວິທະຍຸໄດ້ຕ້ອງຜ່ານການອົບຮົມແລະມີໃບອານຸຍາດສາກົນຈຶ່ງມາຂໍໄດ້, ສ່ວນລຸງເອງໂຊກດີໄດ້ໄປເສັງເອົາລາຍເຊັນນັກວິທະຍຸຂອງອາເມກາ ມາທຽບເອົາ ກະເລີຍໄດ້ໃບອະນຸຍາດນຳໃຊ້ຄື່ນຄວາມຖີ່ມາ.
ສຳລັບໃຜທີ່ສົນໃຈຫົວຂໍ້ອື່ນໆກ່ຽວກັບ ham articles ຂອງລຸງອ່ານໄດ້ທີ່ລິ້ງນີ້.
https://saioudom.com/category/amateur-radio-ham/