Category: Maker

DIY ສ້າງເຄື່ອງຟອກອາກາດ ຫຼຸດ PM2.5 ລາຄາປະຢັດ.

ເນື່ອງຈາກລຸງຮູ້ວ່າອາກາດໃນຫ້ອງນອນມີຝຸ່ນ PM2.5 ເຈືອປົນ ເລີຍຄິດຢາກຊື້ເຄື່ອງຟອກອາກາດຈັກເຄື່ອງ ໄວ້ໃຫ້ລູກ.ແຕ່ມັນລາຄາແພງຫລາຍ ລຸງເລີຍໄປຊອກຫາວິທີປະຢັດມາລອງເຮັດ ປະກົດວ່າຜົນອອກມາເປັນທີ່ຫນ້າພໍໃຈຫລາຍ.ໄປຄົ້ນພົບວິທີກໍງ່າຍໆເລີຍໃຊ້ອຸປະຫອນພຽງ 2 ຢ່າງ ດັ່ງນີ້: ພັດລົມດູດອາກາດສຳລັບຕິດແກ້ວ ຂະຫນາດ 6ນິ້ວ ລຸງໃຊ້ໂຕນີ້. 2 ໄສ້ເຄື່ອງກອງອາກາດ ຊຽວຫມີ ລຸ້ນ 2s ວິທີຕິດຕັ້ງກໍແສນຈະງ່າຍດາຍພຽງແຕ່ເອົາພັດລົມດູດອາກາດ ຢອງໃສ່ປາກກະບອກໄສ້ກອງ ແລ້ວເປີດໃຫ້ອາກາດແລ່ນຜ່ານໄສ້ກອງ ເທົ່ານີ້ກໍຈະໄດ້ອາກາດທີ່ສົດຊື່ອອກມາແລ້ວ. ຫລັງຈາກທົດສອງ ໃນຫ້ອງຂະຫນາດ 8*8 ແມັດ.ກ່ອນເປີດ ແທກຄ່າ PM2.5 ໄດ້ 20 ຫລັງເປີດໄປ 3 ຊົ່ວໂມງ...

ລຸງໂອ້ດ ຮ່ວມ ງານ Summer of code ທີ່ສູນ ລາວອາເມລິກາ ທາດດຳ

ເປັນການສອນໃຫ້ນ້ອງນັກຮຽນ ລະດັບ ມ ປາຍ ເພື່ອຮຽນຮູ້ກ່ຽວກັບ iot ແລະການຂຽນ code ເຊິ່ງຈະອາໄສການຮຽນຮູ້ຜ່ານ learning kit ໂດຍຂຽນພາສາ C ໃນ Arduino ໃນງານນີ້ເປັນການຮ່ວມມືກັນ ລະຫວ່າງ ທີມ GDG Vientiane ແລະ ສະຖານທູດ ອາເມລິກາ ປະຈຳລາວ  

ຮູບອະທິບາຍ Internet of Thing (IoT)

ເຫັນວ່າເປັນປະໂຫຍດລຸງກໍເລີຍກ໋ອບມາໄວ້ໃຫ້ຫລານໆ ເບິ່ງນຳໃນຮູບອະທິບາຍວ່າ Internet of Thing (IoT) ນັ້ນປະກອບດ້ວຍອັນໃດແດ່?

ລຸງໂອ້ດ ໄປງານ Chiang Mai Maker Party [ບັນທຶກ]

ງານ Chiang Mai Maker Party ແມ່ນເປັນງານທີ່ລວມເອົານັກປະດິດສ້າງທົ່ວທຸຸກທິດ ເຂົ້າມາໂຮມກັນແລ້ວເອົາສິ່ງຂອງທີ່ດົນເອງໄດ້ປະດິດນັ້ນມາສະແດງແລກປ່ຽນກັນ, ນອກນັ້ນໃນງານຍັງມີ Freestyle Talk ຄືຫົວຂໍ້ທີ່ຫນ້າສົນໃຈຈາກບັນດາ Maker ຜູ່ມີປະສົບການມາແບ່ງປັນກັນໂດຍສະເພາະແມ່ນທີມຈາກ ປະເທດສິງກະໂປ ຖືວ່າໄດ້ຄວາມຮູ້ຈາກງານນີ້ຢ່າງຫລາກຫລາຍ